ວັນທີ 08 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ແຈ້ງໃຫ້ຊາບວ່າ ໄລ່ຮອດຈຸດເວລາປັດຈຸບັນ ມີ 6 ກໍລະນີຕິດເຊື້ອໄວຣັດ Hanta ໂດຍໄດ້ຢັ້ງຢືນໃນຈຳນວນ 08 ຄົນ ທີ່ຖືກສົງໄສຕິດເຊື້ອພາຍຫຼັງການລະເບີດໂລກລະບາດເທິງກ່ຳປັ່ນທ່ອງທ່ຽວ MV Hondius, ໃນນັ້ນ ມີ 3 ກໍລະນີເສຍຊີວິດ. ເຖິງຢ່າງໃດກໍຕາມ, WHO ໄດ້ຕີລາຄາວ່າ ຄວາມສ່ຽງຈາກການລະເບີດໄວຣັດ Hanta ໃນກ່ຳປັ່ນລຳດັ່ງກ່າວ ທີ່ມີຕໍ່ຊຸມຊົນທົ່ວໂລກແມ່ນຢູ່ໃນລະດັບຕ່ຳສຸດ ແລະ ຈະສືບຕໍ່ຕິດຕາມສະພາບການແຜ່ລາມ ກໍຄືອັດເດັດຕີລາຄາລະດັບຄວາມສ່ຽງ.
ໃນການຜັນແປທີ່ກ່ຽວຂ້ອງ, ແຫຼ່ງຂ່າວຈາກເຈົ້າໜ້າທີ່ ແອັດສະປາຍ ໃຫ້ຮູ້ວ່າ ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus ໄດ້ເດີນທາງໄປຮອດເກາະ Tenerife ຂອງ ແອັດສະປາຍ ເພື່ອໜູນຊ່ວຍການແກ້ໄຂການຍົກຍ້າຍບັນດາຜູ້ໂດຍສານທີ່ຖືກຜົນກະທົບຈາກໄວຣັດດັ່ງກ່າວ ແນໃສ່ຮັບປະກັນການປະສານສົມທົບລະຫວ່າງບັນດາອົງການຄຸ້ມຄອງ, ຄວບຄຸມສາທາລະນະສຸກ ແລະ ການໝູນໃຊ້ບັນດາຂັ້ນຕອນຕິດຕາມກວດກາ ກໍຄືຮັບມື ທີ່ໄດ້ຂຶ້ນແຜນກ່ອນແລ້ວ.





