ຖະແຫຼງການຮ່ວມໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ, ຮັບຮູ້ບັນດາກຳນົດທິດທາງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໃນທຸກຂົງເຂດ, ນັບແຕ່ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ… ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍເຫັນດີເປັນເອກະພາບບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ USD ໃນປີ 2030; ໃຫ້ຄໍາໝັ້ນສັນຍາສືບຕໍ່ປົວແປງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດໃຫ້ແກ່ກັນ; ມຸ່ງໄປເຖິງບາງໂຄງການທີ່ມີລັກສະນະເປັນສັນຍາລັກໃນບັນດາຂົງເຂດຄື ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດສິນໃນນ້ຳ, ສະບຽງອາຫານ, ການຂາຍຍ່ອຍ, logistics, ພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ພະລັງງານທົດແທນ.





