ໃນ​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ມາ​ລົງ​ທຶນ​ຢູ່ ສີ​ລັງ​ກາ ໃນ​ບັນ​ດາ​ຂົງ​ເຂດ: ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ, ລົດ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ, ໂທ​ລະ​ຄົມ​ມະ​ນາ​ຄົມ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ; ພ້ອມ​ດຽວ​ກັນ​ນັ້ນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສີ​ລັງ​ກາ.

ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Jagath Wickramaratne ໄດ້​ເນັ້ນ​ໜັກ​ວ່າ ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕໍ່​ສະ​ພ​າ​ແຫ່ງ​ຊາດ​ ສີ​ລັງ​ກາ ແມ່ນ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ບົດ​ກ່າວ​ປາ​ໄສເຫຼົ່າ​ນີ້ ບໍ່​ພຽງ​ແຕ່​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ ເທົ່າ​ນັ້ນ ຫາກ​ນັບ​ທັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ນີ້​ອີກ​ດ້ວຍ. ບົດ​ກ່າວ​ປາ​ໄສ​ໄດ້​ລະ​ບຸຫຼາ​ຍ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ສຳ​ລັບ ສີ​ລັງ​ກາ ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.