ໃນບັ້ນເຄື່ອນໄຫວ 500 ວັນ ແລະ ຄືນເພື່ອຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ບໍ່ພຽງແຕ່ມີການເຂົ້າຮ່ວມຂອງທະຫານເທົ່ານັ້ນ. ຢູ່ຕາແສງຊາຍແດນ ແທ່ງຖູຍ (ແຂວງຕວຽນກວາງ), ຍັງມີເພື່ອນຮ່ວມເດີນທາງພິເສດຄື: ທ່ານ ເລແມ້ງຢຸງ, ປະທານຄະນະກຳມະການປະຊາຊົນຕາແສງ ແທ່ງຖູຍ. ເຖິງວ່າຂ້ອງຄາກັບວຽກງານຄຸ້ມຄອງຂອງຕາແສງຊາຍແດນ ກໍຕາມ, ແຕ່ທ່ານກໍ່ຍັງຍາດເວລາຫວ່າງເພື່ອຮ່ວມທີມງານທ້ອນໂຮມເພື່ອຊອກຫາ ແລະ ນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາກັບເມືອບ້ານ.
ທ່ານ ເລແມັງຢຸງ, ຫົວໜ້າອຳນາດການປົກຄອງຕາແສງ, ຫາກໍ່ກັບມາຈາກການ ເດີນທາງພ້ອມກັບກອງຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄປເຂດຈຸດສູງ 685. ການເດີນທາງແມ່ນລຳບາກ, ແຕ່ສຳລັບທ່ານ ນັ້ນແມ່ນຄວາມສຸກເພາະວ່າທິມງານໄດ້ທ້ອນໂຮມ ແລະ ນຳເອົາອັດຖິຂອງນັກຮົບເສຍຊີວິດເພື່ອຊາດຄົນໜຶ່ງກັບເມືອບ້ານເພື່ອເຮັດພິທີໄຫວ້ອາໄລ.
“ເດືອນ ກໍລະກົດ, ຂ້າພະເຈົ້າໄດ້ຮັບຍ້າຍໄປແຫ່ງນີ້ດຳລົງຕຳແໜ່ງຮອງເລຂາ, ປະທານຄະນະກຳມະການປະຊາຊົນຕາແສງ ແທັງຖູຍ. ມາໄດ້ 3 ວັນ, ຂ້າພະເຈົ້າໄດ້ຮັບຂ່າວວ່າ ກອງທອນໂຮມຊອກຫາໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 3 ອັດຖິ. ຂ້າພະເຈົ້າໄດ້ມາເຮືອນລໍ້ຖ້າ ແລະ ປຶກສາພ້ອມກັບອ້າຍນ້ອງກ່ຽວກັບເວລາ, ສະຖານທີ່ເພື່ອນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານ. ຂ້າພະເຈົ້າໄດ້ພ້ອມກັບຄະນະໄປເຂດມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”.
ນັບແຕ່ເມື່ອແຂວງ ຕວຽນກວາງ ຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ແຕ່ລະເທື່ອເມື່ອສັບສ້ອນວຽກງານໄດ້, ທ່ານ ເລແມ້ງຢຸງ ພັດໄດ້ພ້ອມກັບກອງຊອກຫາເດີນທາງໄປຊອກຫາ.
“ນັບແຕ່ມື້ທຳອິດຂອງບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ, ຂ້າພະເຈົ້າໄດ້ພ້ອມກັບກອງໄປຊອກຫາກວ່າ 20 ຄັ້ງ. ເປີ້ນພູສູງທີ່ສຸດ ແຕ່ຂ້າພະເຈົ້າກໍ່ມານະພະຍາຍາມ, ເພື່ອລະດົມກຳລັງໃຈອ້າຍນ້ອງໃນກອງທ້ອນໂຮມເພື່ອນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານ”.
ບໍ່ພຽງແຕ່ຢຸດຢູ່ການເດີນທາງຂ້າມປ່າເທົ່ານັ້ນ, ທ່ານ ຢຸງ ຍັງນຳເອົາຄວາມໃນໃຈການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດມາໃນແຕ່ລະບ້ານ. ເມື່ອມາຮອດ ນ້ຳງັດ, ທ່ານໄດ້ຮັບຟັງຊາວບ້ານເລົ່າຄືນເຖິງການສູ້ຮົບໃນເມື່ອກ່ອນ. ພໍ່ແມ່ປະຊາຊົນໃນບ້ານບໍ່ພຽງແຕ່ໄດ້ແບ່ງປັນຂໍ້ມູນເທົ່ານັ້ນ, ຫາກຍັງໄດ້ເປັນຜູ້ ພາທາງໃຫ້ແກ່ກອງອີກດ້ວຍ. ທ່ານ ຈາງວັນຫງຽດ, ຢູ່ ບ້ານ ນ້ຳງັດ, ຕາແສງ ແທັງຖູຍ, ແຂວງຕວຽນກວາງ, ໃຫ້ຮູ້ວ່າ:
“ໃນກອງປະຊຸມຂອງບ້ານທຸກຄັ້ງ, ທ່ານ ຢຸງ ລ້ວນແຕ່ເອົາໃຈໃສ່, ຊີ້ນຳການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຜູ້ໃດຮູ້ເຂດມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກໍ່ແຈ້ງໃຫ້ຕາແສງ”.
ດ້ວຍບົດບາດເປັນຫົວໜ້າ, ທ່ານ ເລແມ້ງຢຸງ ໄດ້ພ້ອມກັບໝູ່ຄະນະຕາແສງ ແທັງຖູຍ ໄດ້ຫັນບັນດາຂໍ້ມູນທີ່ລຳຄ່ານັ້ນໃຫ້ກາຍເປັນການເຄື່ອນໄຫວໃນຕົວຈິງ.
“ໂດຍກຳນົດວ່າ ດ້ວຍບົດບາດແມ່ນອຳນາດການປົກຄອງຖ້ອງຖິ່ນ, ພວກຂ້າພະເຈົ້າໄດ້ຊີ້ນຳບັນດາກຳລັງ, ສົມທົບກັນ, ແກ້ໄຂບັນດາສະພາບການ, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນ, ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ກຳລັງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກວດກາທຳລາຍລະເບີດ. ປະຊາຊົນຕາແສງ ແທັງຖູຍ ກໍ່ເຫັນດີສະໜັບສະໜູນ”.
ສຳລັບທ່ານ ເລແມ້ງຢຸງ ເອງ, ການເຂົ້າຮ່ວມບັ້ນເຄື່ອນໄຫວ 500 ວັນ ແລະ ຄືນບໍ່ພຽງແຕ່ແມ່ນການໜູນຊ່ວຍສະຫງວນໃຫ້ກຳລັງປະຕິບັດໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນວິທີສະແດງນ້ຳໃຈຕອບບຸນແທນຄຸນຂອງທ່ານທີ່ມີຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເພື່ອຄວາມສະຫງົບງຽບຂອງປະເທດຊາດໃນທຸກວັນນີ້ອີກດ້ວຍ.
“ສຳລັບຂ້າພະເຈົ້າແລ້ວ, ຂ້າພະເຈົ້າບໍ່ຫວາດຫວັ່ນຕໍ່ສິ່ງໃດໝົດ, ແຕ່ດ້ວຍຈິດໃຈ, ຄວາມຮັບຜິດຊອບ, ລະດົມກຳລັງໃຈອ້າຍນ້ອງ, ຂ້າພະເຈົ້າຈະໄປພ້ອມກັບອ້າຍນ້ອງໃນກອງ. ແຕ່ລະເທື່ອເມື່ອນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອນັ້ນ, ຂ້າພະເຈົ້າລ້ວນແຕ່ເວົ້າກັບພະນັກງານຢູ່ຕາແສງວ່າ, ເມື່ອຊອກຫາໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂ້າພະເຈົ້າຮູ້ສຶກອຸ່ນອຽນໃຈ”.
ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຍັງສືບຕໍ່ດຳເນີນໄປຢູ່ ແທັງຖູຍ. ຄວາມຫວັງໃຫຍ່ສຸດຂອງທ່ານ ເລແມ້ງຮຸ່ງ ແລະ ປະຊາຊົນຢູ່ທີ່ນີ້ກໍ່ລຽບງ່າຍທີ່ສຸດ: ຫວັງວ່າ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຍັງນອນຢູ່ເຂດພູຫີນນັ້ນຈະຊອກຫັນໄດ້ໂດຍໄວ ເພື່ອນຳເອົາກັບເມືອບ້ານເກີດເມືອງນອນ.








