ສູນຂໍ້ມູນຂ່າວສານພະລາທິການທ່າກຳ່ປັ່ນຈີນ-ອາຊຽນໄດ້ນຳເຂົ້າເຄື່ອນໄຫວ
28/05/2016 08:34
ສູນຂໍ້ມູນຂ່າວສານພະລາທິການທ່າກຳ່ປັນ ຈີນ - ອາຊຽນ ເລີ່ມນຳເຂົ້າເຄື່ອນໄຫວແຕ່ວັນທີ 27/5, ຢູ່ທ່າກຳ່ປັ່ນ ກິນເຈົາ


ທ່າກຳ່ປັ່ນ ກິນເຈົາ
(ພາບ: qzbsg.gov.cn)
(vovworld) – ສູນຂໍ້ມູນຂ່າວສານພະລາທິການທ່າກຳ່ປັນ ຈີນ - ອາຊຽນ ເລີ່ມນຳເຂົ້າເຄື່ອນໄຫວແຕ່ວັນທີ 27/5, ຢູ່ທ່າກຳ່ປັ່ນ ກິນເຈົາ, ຂຶ້ນກັບເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ກວາງສີ, ປະເທດ ຈີນ, ສູນດັ່ງກ່າວຈະສະໜອງການໜູນຊ່ວຍເພື່ອເພີ່ມທະວີດ້ານການຄ້າກໍ່ຄື ການນຳໃຊ້ກອມພິວເຕີຢູ່ບັນດາທ່າກຳ່ປັ່ນຂອງ ຈີນ ແລະ ອາຊຽນ. ສຸນນີ້ແມ່ນໂຄງການສຳຄັນໃນເຄືອຂ່າຍຮ່ວມມືບັນດານະຄອນທ່າກຳ່ປັ່ນ ຂອງຈີນ ແລະ ສະມາຄົມປະຊາຊາດບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ).
ແລະກໍ່ໃນວັນດຽວກັນ, ຢູ່ ກິນເຈົາ ກໍ່ໄດ້ຈັດຕັ້ງພິທີລົງມືກໍ່ສ້າງສູນກໍ່ສ້າງການເດີນທະເລ ຈີນ - ອາຊຽນ. ພາຍຫຼັງກໍ່ສ້າງສຳເລັດໃນທ້າຍປີນີ້, ສູນນີ້ຈະຮັບຜິດຊອບໜ້າທີ່ກໍ່ສ້າງບັນດາລູກເຮືອ ແລະ ຜູ້ບັນຊາໃຫ້ບັນດາກຳ່ປັ່ນທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ.
TAG
vovworld/ອາຊຽນ
Related
More





