ວັນທີ 27 ເມສາ, ບັນດາໄອຍະການສະຫະລັດ ອາເມລິກາ ໄດ້ກ່າວຫາ Cole Tomas Allen , ຜູ້ຖືກສົງໄສວ່າໄດ້ຍິງປືນດ້ວຍກົນອຸບາຍລອບສັງຫານທ່ານ Donald Trump ປະທານາທິບໍດີ ອາເມລິກາ, ລາວຂຶ້ນສານຄັ້ງທຳອິດພາຍຫຼັງເຫດຍິງປືນທີ່ງານລ້ຽງຂອງສະຫະສະມາຄົມນັກຂ່າວທຳນຽບຂາວໃນຕອນຄ່ຳທ້າຍອາທິດຜ່ານມາ. ຜູ້ຖືກສົງໄສ Cole Tomas Allen ຖືກສັ່ງຟ້ອງດ້ວຍ 3 ຖານໂທດອາຍາ, ລວມມີ: ກົນອຸບາຍລອບສັງຫານປະທານາທິບໍດີ, ຂົນສົ່ງອາວຸດຂ້າມລັດ ແລະ ຍິງປືນໃນເຫດໃຊ້ຄວາມຮຸນແຮງ.
ທ່ານນາງ Jocelyn Ballantine ຜູ້ຊ່ວຍວຽກໄອຍະການສະຫະລັດ ຢັ້ງຢືນວ່າ ຜູ້ຖືກສົງໄສ ໄດ້ຂຶ້ນແຜນການລອບສັງຫານທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ສະເໜີຜູ້ພິພາກສາອອກຄຳສັ່ງກັກຂັງຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊຸມຊົນ ກໍຄືຫຼີກລ້ຽງຄວາມສ່ຽງຫຼົບໜີ.
ກວາງຈູງ, ນັກຂ່າວ VOV ປະຈຳ ອາເມລິກາ







