ຕອນເຊົ້າວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທຳອິດ ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສະໄໝ 2026 – 2031. ເຂົ້າຮ່ວມກອງປະຊຸມ ມີທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ.
ໃນກອງປະຊຸມ, ສະພາໄດ້ພິຈາລະນາ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 3 ເນື້ອໃນຈຸດສຸມ: ບົດລາຍງານສະຫຼຸບວຽກງານປະຕິບັດລະບຽບການເຄື່ອນໄຫວຂອງສະພາ ໃນສະໄໝ 2021 – 2026 ແລະ ທິດທາງການເຄື່ອນໄຫວສະໄໝ 2026 – 2031; ຮ່າງລາຍການເຄື່ອນໄຫວຂອງສະພາໃນສະໄໝ 2026 – 2031. ກອງປະຊຸມໄດ້ຕົກລົງເປັນເອກະພາບຕໍ່ຄວາມຮັບຮູ້ວ່າ, ໃນສະພາບການປະເທດຊາດ ແລະ ໂລກໃນປັດຈຸບັນ ຄຳຮຽກຮ້ອງທີ່ວາງອອກໃຫ້ສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນ ຕ້ອງເປັນເຈົ້າການຄົ້ນຄວ້າ, ຕີລາຄາ, ຄາດຄະເນ, ກະກຽມແຕ່ໄວແຕ່ໄກ, ບໍ່ປະໃຫ້ປະເທດຕົກເຂົ້າສູ່ທ່າຮັບໃນທຸກກໍລະນີ.







