ເສີມຂະຫຍາຍບົດບາດຂອງການລົງທຶນພາກລັດຄືດັ່ງ “ໄມ້ງັດນຳພາການເຕີບໂຕ” ແມ່ນບາດກ້າວຍຸດທະສາດຂອງ ຫວຽດນາມ ໃນໄລຍະປະຈຸບັນ. ໃນສະພາບເສດຖະກິດໂລກມີການຜັນແປຫຼາຍຢ່າງ ແລະຄວາມສາມາດບົ່ມຊ້ອນຈາກບັນດາກຳລັງໜູນທີ່ເປັນມູນເຊື້ອ ຄືການສົ່ງອອກ ຫຼື ການບໍລິໂພກຍັງບໍ່ທັນເປັນປົກກະຕິ, ເພີ່ມປະສິດທິຜົນການນຳໃຊ້ແຫຼ່ງທຶນສາທາລະນະ ເພື່ອແນໃສ່ບັນລຸເປົ້າໝາຍເຕີບໂຕ 2 ຕົວເລກ.
ຖ້າຫາກກ່ອນນີ້, ຂົງເຂດລົງທຶນຂອງລັດປ່ອຍເງິນຢ່າງຊັກຊ້າ, ບໍ່ບັນລຸປະສິດທິຜົນຫຼາຍ, ໃນໄລຍະປະຈຸບັນ ພວມມີການຫັນປ່ຽນຫຼາຍພໍສົມຄວນ ນັບທັງດ້ານຈິນຕະນາການ , ວິທີການຜັນຂະຫຍາຍ, ດ້ວຍຈຸດສຸມແມ່ນຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນ ຕິດພັນກັບໜ້າທີ່ຮັບຜິດຊອບ ແລະ ໝາກຜົນສົ້ນອອກ.
ໝາກຜົນຈາກພຶດຕິກຳຕົວຈິງ ແລະ ການທິດທາງບໍລິຫານ
ປີ 2025, ຖືວ່າແມ່ນບາດລ້ຽວ ເມື່ອອັດຕາປ່ອຍທຶນສາທາລະນະບັນລຸເກືອບ 98% ຂອງແຜນການ, ເທົ່າກັບປະມານ 887.000 ຕື້ດົ່ງ (33,6 ຕື້ USD), ເຊິ່ງເປັນລະດັບສູງສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການລົງທຶນພາກລັດ ບໍ່ແມ່ນ “ຈຸດອຸດຕັນ”ອີກ, ຫາກກາຍເປັນເຄື່ອງມືບໍລິຫານເສດຖະກິດມະຫາພາກຢ່າງມີປະສິດທິຜົນ.
ໃນໄລຍະ 3 ເດືອນຕົ້ນປີ 2026, ການປ່ອຍເງິນລົງທຶນສາທາລະນະສືບຕໍ່ບັນລຸໝາກຜົນທີ່ຕັ້ງໜ້າ ເມື່ອການປ່ອຍເງິນລົງທຶນບັນລຸເກືອບ 127.000 ຕື້ດົ່ງ (ກວ່າ 4,8 ຕື້ USD), ບັນລຸ 12% ແຜນການທີ່ລັດຖະບານມອບໝາຍໃຫ້, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ທີ່ກອງປະຊຸມທົ່ວປະເທດກ່ຽວກັບການຍູ້ແຮງການຈັດແບ່ງ, ປ່ອຍເງິນລົງທຶນສາທາລະນະປີ 2026, ທີ່ຈັດຂຶ້ນໃນວັນທີ 24 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ລັດຖະບານກຳນົດການລົງທຶນພາກລັດແມ່ນໜ້າທີ່ການເມືອງສຳຄັນທີ່ສຸດຂອງປີນີ້ ແລະ ທັງໄລຍະ 2026 – 2031:
“ສ້າງແຜນການປ່ອຍເງິນລົງທຶນສຳລັບແຕ່ລະໂຄງການ; ຫັນປ່ຽນທຶນສຳລັບບັນດາໂຄງການບໍ່ມີຄວາມສາມາດປ່ອຍທຶນຫຼືປ່ອຍທຶນບໍ່ໝົດ ໄປສູ່ບັນດາໂຄງການມີຄວາມສາມາດປ່ອຍທຶນທີ່ດີ ແລະ ມີຄວາມຕ້ອງການເພີ່ມເຕີມແຫຼ່ງທຶນ. ເປັນເຈົ້າການກວດກາ, ກະຕຸກຊຸກຍູ້, ແກ້ໄຂຂໍ້ຕິດຂັດຢູ່ຫົວໜ່ວຍ, ສະຖານທີ່ກໍ່ສ້າງ; ກຳນົດບັນດາສິ່ງທີ່ຍັງຄົງຄ້າງໃນແຕ່ລະຂອດຂອງການຊີ້ນຳ, ບໍລິຫານ, ຄຸ້ມຄອງ ຕະຫຼອດຮອດການຈັດຕັ້ງປະຕິບັດຢູ່ແຕ່ລະໂຄງການ, ບໍລິເວັນ, ເພື່ອມີມາດຕະການແກ້ໄຂຂໍ້ຕິດຄັດໂດຍໄວ".
ເສົ້າຄ້ຳຍຸດທະສາດຂອງການເຕີບໂຕ
ພ້ອມກັນນັ້ນ, ກົນໄກມອບສິດຕິດພັນກັບຄວາມຮັບຜິດຊອບ ໄດ້ສ້າງບົດບາດທີ່ນັບມື້ນັບເປັນເຈົ້າການຂອງບັນດາທ້ອງຖິ່ນ, ຫັນການປ່ອຍເງິນລົງທຶນພາກລັດ ໃຫ້ກາຍເປັນດັດຊະນີຄວາມສາມາດບໍລິຫານ. ຫຼາຍທ້ອງຖິ່ນໄດ້ເປັນເຈົ້າການກະກຽມໂຄງການ, ບຸກເບີກໜ້າພຽງ, ປະສານຊັບພະຍາກອນ, ວາງເປົ້າໝາຍການເຕີບໂຕສູງ. ຮ່າໂນ້ຍ ແມ່ນແບບຢ່າງໜຶ່ງ ເມື່ອໄລ່ຮອດວັນທີ 23 ເມສາ, ການປ່ອຍເງິນລົງທຶນສາທາລະນະຂອງນະຄອນບັນລຸປະມານ 25,7% ແຜນການເຊິ່ງລັດຖະບານມອບໃຫ້, ສູງກວ່າລະດັບສະເລ່ຍລວມຂອງທົ່ວປະເທດ. ທ່ານ ວູດ້າຍທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢືນຢັນວ່າ:
“ຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາຮອດທ້າຍເດືອນ ກັນຍາ ແມ່ນປ່ອຍເງິນລົງທຶນສາທາລະນະທັງໝົດຂອງປີ 2026, ເພື່ອເພີ່ມເຕີມບັນດາແຫຼ່ງທຶນອື່ນຢ່າງທັນການ, ເພີ່ມອັດຕາການລົງທຶນທັງໝົດ, ບັນລຸລະດັບເຕີບໂຕ 11%. ສະນັ້ນ, ຂ້າພະເຈົ້າສະເໜີໃຫ້ທຸກຂະແໜງການ, ທ້ອງຖິ່ນ, ເຈົ້າຂອງລົງທຶນສຸມໃສ່ວຽກງານປ່ອຍເງິນລົງທຶນພາກລັດ”.
ໂດຍຕິດແທດກັບ ຫຼັກການ “6 ຈະແຈ້ງ”: ຜູ້ເຮັດຈະແຈ້ງ, ວຽກງານຈະແຈ້ງ, ຄວາມຮັບຜິດຊອບຈະແຈ້ງ, ສິດຈະແຈ້ງ, ຄວາມຄືບໜ້າຈະແຈ້ງ, ໝາກຜົນຈະແຈ້ງ, ບັນດາແຂວງ, ນະຄອນ ທ້ອງຖິ່ນກໍ່ໄດ້ເປັນເຈົ້າການປະກາດໃຊ້ແຜນການປ່ອຍເງິນລົງທຶນ ດ້ວຍບັນດາຄາດໝາຍລະອຽດໃຫ້ແກ່ແຕ່ລະເດືອນ, ແຕ່ລະໄຕມາດ. ທ່ານ ເລງອັກເຈົາ, ປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ, ໃຫ້ຮູ້ວ່າ:
“ບົນພື້ນຖານບັນດາແຜນການທີ່ນະຄອນໄດ້ກໍ່ສ້າງ ແລະ ຄາດໝາຍການເຕີບໂຕ, ຈຳນວນທຶນທີ່ຕ້ອງປ່ອຍນັ້ນ, ຄະນະພັກ, ຫົວໜ້າບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ມີຄວາມຮັບຜິດຊອບສ້າງແຜນການລະອຽດເພື່ອຈັດຕັ້ງການປະຕິບັດ. ພ້ອມທັງນ, ອັບເດດ, ຕິດຕາມເປັນປະຈຳ, ເພື່ອເປັນເຈົ້າການການດັດສົມ, ຮັບປະກັນລະດັບເຕີບໂຕໃນແຕ່ລະໄຕມາດ ແລະ ທັງປີ 2026 ບັນລຸຕ່ຳສຸດ 13%. ຈຳນວນທຶນທີ່ຕ້ອງປ່ອຍນັ້ນບັນລຸລະດັບຕ່ຳສຸດແມ່ນ 37.000 ຕື້ດົ່ງ (ເທົ່າກັບ 1,4 ຕື້ USD) ປະມານ 600 ໂຄງການ”.
ການລົງທຶນພາກລັດຂອງ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່, ບໍ່ພຽງແຕ່ແມ່ນເຄື່ອງມືກະຕຸນເທົ່ານັ້ນ, ຫາກຍັງແມ່ນເສົ້າຄ້ຳຍຸດທະສາດຂອງການເຕີບໂຕ. ເລື່ອງເປັນເຈົ້າການເພີ່ມຄວາມໄວໃນການປ່ອຍເງິນລົງທຶນສາທາລະນະ, ເຕົ້າໂຮມ ແລະ ມີຈຸດສຸມກວ່າ, ຈາກການຄຸ້ມຄອງບໍລິຫານໄປສູ້ການຄຸ້ມຄອງມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບກວ່າ, ຈະຊ່ວຍສ້າງກິດຈະກຳ, ໂຄງການ, ນຳພາການລົງທຶນເອກະຊົນ ແລະ ຍົກລະດັບຄວາມສາມາດຂອງພື້ນຖານເສດຖະກິດ. ນີ້ແມ່ນພື້ນຖານຫຼັກເພື່ອຫັນເປົ້າໝາຍການເຕີບໂຕ 2 ຕົວເລກໃຫ້ປະກົດຜົນເປັນຈິງໃນຊຸມປີຈະມາເຖິງ.








