ທ່ານ Najib Tun Razak ສາບານຕົວຮັບຕຳແຫນ່ງເປັນນາຍົກລັດຖະມົນຕີມາເລເຊຍ
06/05/2013 12:08
ຕອນບ່າຍວັນທີ 6/5 ຢູ່ນະຄອນຫລວງ ກົວລາລຳເປີ, ທ່ານ Najib Tun Razak ສາບານຕົວຮັບຕຳແຫນ່ງເປັນນາຍົກລັດຖະມົນຕີ ມາເລເຊຍ ຢ່າງເປັນທາງການ

ທ່ານ Najib Tun Razak ພາບ:internet (vovworld)- ຕອນບ່າຍວັນທີ 6/5 ຢູ່ນະຄອນຫລວງ ກົວລາລຳເປີ, ທ່ານ Najib Tun Razak ສາບານຕົວຮັບຕຳແຫນ່ງເປັນນາຍົກລັດຖະມົນຕີ ມາເລເຊຍ ຢ່າງເປັນທາງການ ພາຍຫລັງພັນທະມິດແນວໂຮມປະເທດຊາດ (BN) ຂອງທ່ານຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດໃນວັນທີ 5/5. ທ່ານ Najib Tun Razak ອາຍຸ 59 ປີ, ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີມາເລເຊຍນັບແຕ່ປີ 2009 ແລະ ໄດ້ນຳພາ BN ຍາດໄຊຊະນະໃນການເລືອກຕັ້ງທົ່ວປະເທດເມື່ອວັນທີ 5/5 ຜ່ານມາ ດ້ວຍການຍາດໄດ້ 133 ທີ່ນັ່ງໃນຍອດຈຳນວນ 222 ທີ່ນັ່ງຢູ່ສະພາແຫ່ງຊາດ ກວມ 59,91% ບັດສະຫນັບສະຫນູນ.
TAG
ນາຍົກ
Related





