ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ ECB (ພາບ: THX/TTXVN)

ວັນທີ 22 ມີນາ, ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ ECB ກ່າວເຕືອນວ່າ ບັນດາການຜັນແປດ້ານການເງິນທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ອາດຈະເຮັດໃຫ້ເກີດຄວາມສ່ຽງຕື່ມອີກ ໃນພາກພື້ນນຳໃຊ້ສະກຸນເງິນລວມເອີຣົບ (Eurozone), ແຕ່ກໍເນັ້ນໜັກວ່າ ບັນດານັກວາງແຜນກຳນົດນະໂຍບາຍ ຍັງສຸມໃສ່ສະກັດກັ້ນໄພເງິນເຟີ້ ເຊິ່ງພວມຢູ່ລະດັບສູງ. ການລົ້ມລະລາຍຂອງທະນາຄານ ອາເມລິກາ 3 ແຫ່ງ ແລະ ທະນາຄານໃຫຍ່ສຸດຂອງ ສະວິດ UBS ຕ້ອງຊື້ຄືນ Credit Suisse ໄດ້ເຮັດໃຫ້ຕະຫຼາດຕ່າງໆຖືກຕົກເຂົ້າສູ່ສະພາບວຸ້ນວາຍ ແລະ ມີຄວາມວິຕົກກັງວົນວ່າ ຈະເກີດວິກິດການໃນຂະແໜງການທະນາຄານ.