VOV WorldVOV World
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງບິນດິງ
16/01/2012 11:53
ພ້ອມກັບ​ຄຳ​ອວຍພອນ​ປີ​ໃໝ່​ທີ່ຝາກ​​ເຖິງ​ພະນັກງານ, ສະມາ​ຊິກພັກ ​ແລະ ປະຊາຊົນ​ໃນ​ແຂວງ​, ທ່ານ​ເລຂາທິການ​ໃຫຍ່​ກໍ່​ເຊື່ອ​ໝັ້ນ​ວ່າ: ບິນ​ດິງຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ ກວາງ​ຈູງ - ຫງວຽນ​ເຮ້ວ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງບິນດິງ
ໃນ​ລະຫວ່າງ​ວັນ​ທີ 15 ຫາ 16/1, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​​ລົງໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ແຂວງ ບິນ​ດິງ. ພ້ອມກັບ​ຄຳ​ອວຍພອນ​ປີ​ໃໝ່​ທີ່ຝາກ​​ເຖິງ​ພະນັກງານ, ສະມາ​ຊິກພັກ ​ແລະ ປະຊາຊົນ​ໃນ​ແຂວງ​, ທ່ານ​ເລຂາທິການ​ໃຫຍ່​ກໍ່​ເຊື່ອ​ໝັ້ນ​ວ່າ: ບິນ​ດິງຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ ກວາງ​ຈູງ - ຫງວຽນ​ເຮ້ວ, ສ້າງ​ທ້ອງ​ຖີ່​ນນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ ​ແລະ ອຸດົມ​ຮັ່ງມີ. ທ່ານ​ເລາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ລົງ​ບັນດາ​ຕາ​ແສງ​ຢູ່​ເມືອງ ​ເຊີນ​ໄຕ ​ແລະ ​ເທດສະບານ ອານ​ເຍີນ, ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ການ​ກະກຽມ​ບຸນ​ເຕັດ​ຂອງ​ພໍ່​ແມ່ນ ປະຊາຊົນ, ກ່ຽວ​ກັບ​ບັນດາ​ຜົນງານ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ທີ່​ບັນລຸ​ໄດ້​ໃນ​ປີ​ 2011. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຍັງ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ ​ເຍີນ​ລົກ, ​ເທດສະບານ ອານ​ເຍີນ, ​ເຊິ່ງ​ແມ່ນ 1 ​ໃນ 4 ຕາ​ແສງຈຸດ​ສຸມ​ຂອງ​ແຂວງ ກ່ຽວ​ກັບ​ການ​ສ້າງ​ຊົນນະບົດ​ໃໝ່. ນີ້​ກໍແມ່ນຕາ​ແສງ​ມີ​ອາຊີບ​ຫັດ​ທະ​ກຳ​ຫຼາຍ​ຢ່າງ, ສາມາດສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທ້ອງ​ຖີ່​ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ​ເວົ້າ​ວ່າ: