VOV WorldVOV World
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ
04/10/2019 10:34
(VOVWORLD) - ຕາມລາຍການກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 04 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ອານງຽບ, ເມືອງ ນິງກຽວ, ນະຄອນ ເກິ່ນເທີ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ
 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມພາກພູມໃຈກ່ຽວກັບສະພາບການເສດຖະກິດສືບຕໍ່ພັດທະນາ, ສັງຄົມນັບມື້ນັບເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ ແຕ່ກໍ່ຍັງມີບັນຫາເຄັ່ງຮ້ອນຫລາຍຢ່າງໄດ້ວາງອອກໃຫ້ແກ່ປະເທດຊາດ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບການປ້ອງກັນ, ຕ້ານການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ:         “ ກ່ຽວກັບການວີ້ງເຕັ້ນຕຳແໜ່ງ, ອຳນາດນັ້ນ ຂ້າພະເຈົ້າຂໍເວົ້າວ່າ, ໃນແຜນນະໂຍບາຍປັດຈຸບັນ, ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ໄດ້ມີຂໍ້ກຳນົດການປ້ອງກັນ, ຕ້ານການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດ ແລະ ແກ້ໄຂຢ່າງເຂັ້ມງວດ. ບໍ່ວ່າໃນກໍລະນີໃດ ຖ້າພົບເຫັນການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດແມ່ນບໍ່ນຳໃຊ້. ກົມການເມືອງຕ້ອງເປັນແບບຢ່າງ, ຄະນະບໍລິຫານງານສູນກາງພັກຕ້ອງເປັນແບບຢ່າງ ແລະ ສະມາຊິກພັກ ແລະ ປະຊາຊົນຕ້ອງຕິດຕາມກວດກາ. ”
TAG
VOV/VOVworld/ປະທານສະພາແຫ່ງຊາດ/ຫງວຽນທິກິມເງິນ/ຜູ້ມີສິດເລືອກຕັ້ງ/ເກິ່ນເທີ