ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໂອ້ລົມທາງໂທລະສັບກັບນາຍົກ ລັດຖະມົນຕີຍີ່ປຸ່ນ
28/12/2012 11:38
ຕອນບ່າຍວັນທີ 28/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາບປະກອບ:internet (vovworld)- ຕອນບ່າຍວັນທີ 28/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຂໍອວຍພອນທ່ານ Shinzo Abe ທີ່ຫາກໍ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ: ລັດຖະບານ ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈຢູ່ພາກພື້ນ. ນາຍົກລັດຖະມົນຕີທັງສອງທ່ານໄດ້ເຫັນດີກ່ຽວກັບຫລາຍທິດທາງໃຫຍ່ກໍຄືມາດຕະການລະອຽດເພື່ອເພ່ີມພູນຄູນສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີທັງສອງທ່ານເຫັນດີເພີ່ມທະວີການປະສານສົມທົບຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ນາຍົກລັດຖະມົນຕີທັງສອງທ່ານກໍແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
TAG
ໂທລະສັບ
Related





