VOV WorldVOV World
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ
12/09/2019 11:54
(VOVWORLD) - ຕອນບ່າຍວັນທີ 12 ກັນຍາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານວາລະປະຊຸມຄົບຄະນະກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ວ່າ: “ເພື່ອທົດສະວັດທີ່ມີການພັດທະນາແບບຍືນຍົງກວ່າ”.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ
ກອງປະຊຸມໂດຍສະພາແຫ່ງລັດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ທະນາຄານໂລກຈັດຕັ້ງ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ (ພາບ: VGP)         ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮັບຮູ້ບັນດາຄຳຄິດເຫັນທີ່ມີຄຸນນະພາບຈາກບັນດາຜູ້ແທນກ່ຽວກັບການກຳນົດທິດພັດທະນາແບບຍືນຍົງຂອງ ຫວຽດນາມ ໃນໄລຍະຈະມາເຖິງກ່ຽວກັບເສດຖະກິດ, ການລົງທຶນ, ແຫຼ່ງຊັບພະຍາກອນມະນຸດ…ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ພັດທະນາແບບຍືນຍົງແມ່ນຄວາມຮຽກຮ້ອງຕ້ອງການຮີບດ່ວນ, ດັ່ງນັ້ນ, ແຜນນະໂຍບາຍພັດທະນາແບບຍືນຍົງໄດ້ສະແດງໃຫ້ເຫັນຢ່າງສະເໝີຕົ້ນສະເໝີປາຍໃນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ.
TAG
VOV/VOVworld/ຫງວຽນຊວັນຟຸກ/ການພັດທະນາແບບຍືນຍົງ