ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບຜູ້ຕາງຫນ້າບັນດາອົງການສປຊປະຈຳຫວຽດນາມ
25/10/2014 08:30
(vovworld)- ເນື່ອງໃນໂອກາດວັນ ສປຊ, ຕອນບ່າຍວັນທີ 24/10 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງຕ້ອນຮັບ ທ່ານນາງ Pratibha Mehtaຜູ້ປະສານງານຂອງ ສປຊ ພາບ:chinhphu.vn (vovworld)- ເນື່ອງໃນໂອກາດວັນ ສປຊ, ຕອນບ່າຍວັນທີ 24/10 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບຜູ້ຕາງຫນ້າບັນດາອົງການຂອງ ສປຊ ປະຈຳຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ: ໂດຍແມ່ນສະມາຊິກຂອງ ສປຊ ໃນ 37 ປີຜ່ານມາ, ຫວຽດນາມ ຖືເປັນສຳຄັນພິເສດກໍຄືປາດຖະຫນາຢາກສືບຕໍ່ຮ່ວມມືກັບ ສປຊ ໃນບັນດາຂົງເຂດຢ່າງເລິກເຊິ່ງ,ກວ້າງຂວາງ, ມີປະສິດທິຜົນກວ່າອີກ. ທ່ານນາຍົກລັດຖະມົນຕີ ສະເຫນີ ສປຊ ສືບຕໍ່ສະຫນັບສະຫນູນຄວາມມານະພະຍາຍາມພັດທະນາແບບຍືນຍົງກໍຄືຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ຕາງຫນ້າໃຫ້ບັນດາອົງການຂອງສປຊ ປະຈຳຫວຽດນາມ, ທ່ານນາງ Pratibha Mehta ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ໄດ້ເນັ້ນຫນັກວ່າ: ຫວຽດນາມ ມີສຽງເວົ້າສຳຄັນໃນການສ້າງບັນດາໂຄງການດຳເນີນງານພັດທະນາແບບຍືນຍົງຫລັງປີ 2015 ຂອງ ສປຊ ໃນທົ່ວໂລກ ດ້ວຍ 17 ຈຸດໝາຍໃຫມ່. ສປຊ ປາດຖະຫນາວ່າ: ຫວຽດນາມ ຈະນຳບັນດາຄາດໝາຍເຂົ້າໃນຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມຂອງຕົນ.
TAG
vovworld/ອົງການຂອງ ສປຊ
Related






