ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງແທງຮວາ
26/10/2014 08:08
(vovworld)- ຕອນເຊົ້າວັນທີ 26/10, ກ່າວຄຳເຫັນທີີ່ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງແທງຮວາ ຄັ້ງທີ 2
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພາບ:chinhphu.vn (vovworld)- ຕອນເຊົ້າວັນທີ 26/10, ກ່າວຄຳເຫັນທີີ່ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງແທງຮວາ ຄັ້ງທີ 2, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານຊື່ງປະຊາຊົນບັນດາເຜົ່າຢູ່ແຂວງ ແທງຮວາ ເວົ້າລວມ ແລະ ບັນດາເຜົ່າສ່ວນຫນ້ອຍ ຢູ່ແຂວງ ແທງຮວາ ເວົ້າສະເພາະ ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຫັນປ່ຽນພື້ນຖານໂຄງລ່າງ, ກ່ຽວກັບຊີວິດການເປັນຢູ່, ຮັກສາສີສັນວັດທະນະທຳ, ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ການນຳແຂວງ ແທງຮວາ ສືບຕໍ່ສຸມໃສ່ແຫລ່ງກຳລັງພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດສັງຄົມໃຫ້ສຳເລັດ, ຍູ້ໄວວຽກງານລົບລ້າງຄວາມອຶດຫິວທຸກຍາກ, ເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະເຂດ.
TAG
vovworld/ບັນດາເຜົ່າສ່ວນຫນ້ອຍ
Related






