ທ່ານຮອງປະທານCNRPKemSokhaຈະຮັບດຳລົງຕຳແຫນ່ງຮອງປະທານທີຫນຶ່ງສະພາແຫ່ງຊາດ
23/07/2014 10:30
(vovworld)- ທ່ານຮອງປະທານພັກ ຝ່າຍຄ້ານ ກູ້ຊາດ ກຳປູເຈຍ (CNRP), ທ່ານ Kem Sokha ຈະຮັບດຳລົງຕຳແຫນ່ງເປັນຮອງປະທານທີຫນຶ່ງສະພາແຫ່ງຊາດ ກຳປູເຈຍ ອາຍຸການທີ 5

ທ່ານ Kem Sokha photo:internet (vovworld)- ທ່ານຮອງປະທານພັກ ຝ່າຍຄ້ານ ກູ້ຊາດ ກຳປູເຈຍ (CNRP), ທ່ານ Kem Sokha ຈະຮັບດຳລົງຕຳແຫນ່ງເປັນຮອງປະທານທີຫນຶ່ງສະພາແຫ່ງຊາດ ກຳປູເຈຍ ອາຍຸການທີ 5. ຂ່າວຄາວດັ່ງກ່າວຖືກຍົກອອກ ພາຍຫລັງພັກ CNRP ແລະ ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ບັນລຸໄດ້ຂໍ້ຕົກລົງຢຸດຕິສະພາບບໍ່ມີທາງອອກດ້ານການເມືອງໃນການເຈລະຈາຂັ້ນສູງໃນວັນທີ 22/7. ຕາມຂໍ້ຕົກລົງນີ້, ສອງຝ່າຍເຫັນດີເປັນເອກະສັນ ຈະພ້ອມກັນແບ່ງປັນສິດຊີ້ນຳນຳພາຂອງສະພາແຫ່ງຊາດ ຕາມທິດ CPP ດຳລົງຕຳແຫນ່ງປະທານສະພາແຫ່ງຊາດ ແລະ ຮອງປະທານທີສອງສະພາແຫ່ງຊາດ, ໃນຂະນະນັ້ນ CNRP ດຳລົງຕຳແຫນ່ງຮອງປະທານທີຫນຶ່ງສະພາແຫ່ງຊາດ. ນອກນັ້ນ ແຕ່ລະພັກ ຈະດຳລົງຕຳແຫນ່ງຫົວຫນ້າຂອງ 5 ກຳມາທິການໃນສະພາແຫ່ງຊາດ.
TAG
vovworld/ພັກປະຊາຊົນ
Related
More






