VOV WorldVOV World
ທ່ານປະທານາທິບໍດີ ອາເມລິກາ ນາບຂູ່ວ່າ ຈະຂຶ້ນອັດຕາພາສີໃສ່່ສິນຄ້ານໍາເຂົ້າຈາກຈີນ
20/11/2019 09:03
(VOVWORLD) - ວັນ 19 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ນາບຂູ່ວ່າ ຈະຂຶ້ນອັດຕາພາສີໃສ່ສິນຄ້ານໍາເຂົ້າຈາກ ຈີນ ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກນີ້, ເຊິ່ງເຄີຍເຮັດໃຫ້ຕະຫຼາດແຫ່ງຕ່າງໆມີຄວາມປັ່ນປ່ວນ ແລະ ກໍ່ຜົົນເສຍຫາຍຕໍ່ການເຕີບໂຕທ່ົວໂລກ.
ທ່ານປະທານາທິບໍດີ ອາເມລິກາ ນາບຂູ່ວ່າ ຈະຂຶ້ນອັດຕາພາສີໃສ່່ສິນຄ້ານໍາເຂົ້າຈາກຈີນ
     ກ່າວຄໍາເຫັນໃນກອງປະຊຸມຄະນະລັດຖະບານທີ່ດໍາເນີນຢູ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ຖ້າຫາກ ອາເມລິກາ ບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກັບ ຈີນ ນັ້ນ, ທ່ານຈະຂຶ້ນອັດຕາພາສີໃຫ້ສູງກວ່ານັ້ນຕື່ມອີກ. ທ່ານ Donald Trump ກ່າວວ່າ:         “ຈີນ ຈະຕ້ອງປະຕິບັດຂໍ້ຕົກລົງ ທີ່ຂ້າພະເຈົ້າເຫັນດີ. ຖ້າຫາກເຂົາເຈົ້າບໍ່ເຮັດຄືແນວນັ້ນ, ກໍບໍ່ມີບັນຫາຫຍັງ. ປັດຈຸບັນ, ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈຕໍ່ຈີນ. ເຂົາເຈົ້າພວມສົ່ງເງິນຄືນໃຫ້ພວກເຮົານັບເປັນຕື້ໆ USD. ພວກເຮົາຈະໄດ້ຫຼາຍກວ່າ 100 ຕື້ USD ໃນອະນາຄົດໃກ້ໆນີ້”.         ມາຮອດປັດຈຸບັນ, ອາເມລິກາ ໄດ້ຈັດວາງອັດຕາພາສີສໍາລັບສິນຄ້າຂອງຈີນປະມານ 500 ຕື້ USD ແລະ ຈີນ ພວມໂຕ້ຕອບດ້ວຍການຈັດວາງອັດຕາພາສີຕໍ່ສິນຄ້າຂອງ ອາເມລິກາ ປະມານ 110 ຕື້ USD.
TAG
VOV/VOVworld/ຂຶ້ນອັດຕາພາສີ/ຂໍ້ຕົກລົງ/ປັ່ນປ່ວນ