ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບອະດີດການນຳຂັ້ນສູງເຂດພາກກາງ
07/01/2023 21:00
(VOVWORLD) -ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດວຽນມາ, ຕອນບ່າຍວັນທີ 8 ມັງກອນ ຢູ່ ນະຄອນ ດາຫນັງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບພະນັກງານເບ້ຍບຳນານ ຊື່ງແມ່ນອະດີດການນຳຂັ້ນສູງຢູ່ບໍລິເວນພາກກາງ.

ທ່ານປະທານປະເທດ ຫງວຽນຊວນຟຸກພົບປະສັງສັນກັບພະນັກງານເບ້ຍບຳນານ ຊື່ງແມ່ນອະດີດການນຳຂັ້ນສູງຢູ່ບໍລິເວນພາກກາງ. (ພາບ: VOV) ທີ່ການພົບປະ, ທ່ານປະທານປະເທດ ເນັ້ນຫນັກວ່າ: ເຖິງວ່າ ພວກທ່ານໄດ້ອອກກິນເບ້ຍບຳນານແລ້ວກໍຕາມ ແຕ່ພູມປັນຍາ, ບົດຮຽນ ແລະ ຄວາມສຸດຈິດສຸດໃຈຂອງບັນດາທ່ານອະດີດການນຳຂັ້ນສູງ ແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ທ່ານປະທານປະເທດປາດຖະຫນາຢາກໃຫ້ບັນດາທ່ານອະດີດການນຳຂັ້ນສູງສືບຕໍ່ປະກອບສ່ວນຢ່າງແທດຈິງໃຫ້ການການເຄື່ອນໄຫວຂອງບັນດາອົງການສູນກາງ ແລະ ທ້ອງຖິ່ນ, ຮັບໃຊ້ການພັດທະນາຂອງທ້ອງຖິ່ນ ແລະ ຂອງປະເທດຊາດ. ເມື່ອແຈ້ງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງປະເທດຊາດໃນປີຜ່ານມາ, ທ່ານປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າໃນທຸກຂົງເຂດເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ແລະ ການຕ່າງປະເທດ. ໃນນັ້ນ ເສດຖະກິດສັງຄົມຟື້ນຕົວຕັ້ງຫນ້າ, ການເຕີບໂຕສູງ (8,02%). ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຫລາຍການດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ພິເສດ ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ພັກ, ລັດ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງວຽກງານສະຫວັດດີສັງຄົມ, ຫນູນຊ່ວຍກຳມະກອນ, ຄົນງານ 68 ລ້ານເທື່ອຄົນ ດ້ວຍງົບປະມານ 100.000 ຕື້ດົ່ງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.
TAG
VOV/VOVworld/ເສດຖະກິດສັງຄົມ/ອະດີດການນຳ
Related






