ທ່ານປະທານປະເທດຍື່ນສະເຫນີຕໍ່ສະພາແຫ່ງຊາດບົດສະເຫນີໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບສິດທິມະນຸດ2ສະບັບ
23/10/2014 08:48
(vovworld)- ເປີດສາກວາລະປະຊຸມໃນຕອນເຊົ້າວັນທີ 23/10 ຂອງກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ທ່ານປະທານປະເທດ ຫວຽດນາມເຈືອງເຕີນຊາງ photo:TTXVN (vovworld)- ເປີດສາກວາລະປະຊຸມໃນຕອນເຊົ້າວັນທີ 23/10 ຂອງກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານປະທານປະເທດ ຫວຽດນາມເຈືອງເຕີນຊາງ ໄດ້ລາຍງານບົດສະເຫນີກ່ຽວກັບການຮັບຮອງເອົາສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງຄົນພິການ. ບົດສະເຫນີຢືນຢັນວ່າ ສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງຄົນພິການໄດ້ຮັບການຮັບຮອງເອົາຈາກສະມັດຊາໃຫຍ່ ສປຊ ເມື່ອວັນທີ 13/12/2006 ແມ່ນສົນທິສັນຍາສາກົນຮອບດ້ານທີ່ສຸດ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງຄົນພິການ. ຫວຽດນາມ ໄດ້ລົງນາມໃນສົນທິສັນຍາດັ່ງກ່າວເມື່ອວັນທີ 22/10/2007. ເລື່ອງໃຫ້ສັດຕະຍາບັນສົນທິສັນຍານີ້ແມ່ນບາດກ້າວສຳເລັດລະບຽບການເພື່ອໃຫ້ຫວຽດນາມກາຍເປັນສະມາຊິກຂອງສົນທິສັນຍາດັ່ງກ່າວ.
TAG
vovworld/ຄົນພິການ
Related






