ຖະຫນົນປື້ມນະຄອນໂຮ່ຈິມີນນຳເຂົ້າເຄື່ອນໄຫວຢ່າງເປັນທາງການ
10/01/2016 09:13
(vovworld)-ຖະຫນົນປື້ມນະຄອນໂຮ່ຈິມີນນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນຕອນບ່າຍວັນທີ 9/1 ຢູ່ຖະຫນົນ ຫງວຽນວັນບີງ ເມືອງ

ຖະຫນົນປື້ມ ພາບ:saigontime (vovworld)-ຖະຫນົນປື້ມນະຄອນໂຮ່ຈິມີນນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນຕອນບ່າຍວັນທີ 9/1 ຢູ່ຖະຫນົນ ຫງວຽນວັນບີງ ເມືອງ 1 ໂດຍມີການເຂົ້າຮ່ວມຂອງສຳນັກພິມຈຳຫນ່າຍປື້ມເກືອບ 20 ແຫ່ງ. ຖະຫນົນປື້ມນີ້ມີຮ້ານຂາຍປື້ມກວ່າ 20 ຮ້ານ ບໍ່ພຽງແຕ່ແມ່ນບ່ອນເພື່ອໃຫ້ບັນດາຫົວຫນ່ວຍແນະນຳ, ດຳເນີນທຸລະກິດ, ແລກປ່ຽນປື້ມ, ບັນດາສິ່ງພິມວັດທະນະທຳເທົ່ານັ້ນ ຫາກຍັງແມ່ນສະຖານທີ່ຈັດຕັ້ງບັນດາລາຍການພົບປະແລກປ່ຽນ ເພື່ອໃຫ້ຜູ້ເຮັດວຽກງານພິມຈຳຫນ່າຍປື້ມ ມີເງື່ອນໄຂສຳພັດ ເພື່ອເຂົ້າໃຈແຈ້ງຄວາມຕ້ອງການຂອງຜູ້ອ່ານອີກດ້ວຍ.
TAG
vovworld/ສຳນັກພິມຈຳຫນ່າຍປື້ມ
Related






