Tuynidiດຳເນີນການເລືອກຕັ້ງທົ່ວປະເທດ
26/10/2014 08:17
(vovworld)- ວັນທີ 26/10, Tuynidi ດຳເນີນການເລືອກຕັ້ງທົ່ວປະເທດຄັ້ງທຳອິດຕາມລັດຖະທຳມະນູນໃຫມ່

ພາບປະກອບ:baotintuc.vn (vovworld)- ວັນທີ 26/10, Tuynidi ດຳເນີນການເລືອກຕັ້ງທົ່ວປະເທດຄັ້ງທຳອິດຕາມລັດຖະທຳມະນູນໃຫມ່ ແລະ ກໍເປັນການເລືອກຕັ້ງຄັ້ງທີ 2 ນັບແຕ່ເມື່ອ ອະດີດປະທານາທິບໍດີ Zine el Abidine Ben Ali ຖືກໂຄ່ນລົ້ມເມື່ອປີ 2011. ມີສະຖານທີ່ປ່ອນບັດເລືອກຕັ້ງກວ່າ 4500 ແຫ່ງ ຢູ່ Tuynidi ດ້ວຍຜູ້ມີສິດເລືອກຕັ້ງປະມານ 5,2 ລ້ານຄົນ ຈະເລືອກຕັ້ງສະພາແຫ່ງຊາດລວມມີ 217 ທີ່ນັ່ງ. ການເລືອກຕັ້ງມື້ນີ້ ມີຜູ້ຫຕາງຫນ້າຂອງກວ່າ 100 ພັກການເມືອງ ແລະ 2 ພັກໄດ້ຮັບຖືວ່າ ຈະນຳຫນ້າໃນການເລືອກຕັ້ງຄັ້ງນີ້ ນັ້ນແມ່ນ ພັກອິດສະລາມ Ennahda ແລະ ພັກ Nida Tounes.
TAG
vovworld/
Related






