VOV WorldVOV World
ວາລະປະຊຸມປະຈຳເດືອນ 2/2012ຂອງ ລັດຖະບານຫວຽດນາມ
06/03/2012 11:32
ຕາມ​ການ​ສະຫລຸບ​ທີ່​ວາລະ​ປະຊຸມ, ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ 2 ​ແລະ ສອງ​ເດືອນ​ຕົ້ນ​ປີ​ສືບ​ຕໍ່​ບັນລຸ​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ.
ວາລະປະຊຸມປະຈຳເດືອນ 2/2012ຂອງ    ລັດຖະບານຫວຽດນາມ
ວາລະປະຊຸມປະຈຳເດືອນຂອງລັດຖະບານຫວຽດນາມ ພາບປະກອບ ຈາກ internet (vov) - ​ໃນ​ວັນ​ທີ 5 ​ແລະ 6/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີ​ຢູງ ​ໄດ້​ເປັນ​ປະທານ​ວາລະ​ປະ​ຊຸມ​ປະຈຳ​ເດືອນ 2/2012. ຕາມ​ການ​ສະຫລຸບ​ທີ່​ວາລະ​ປະຊຸມ, ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ 2 ​ແລະ ສອງ​ເດືອນ​ຕົ້ນ​ປີ​ສືບ​ຕໍ່​ບັນລຸ​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ. ຖ້າວ່າ 2 ​ເດືອນ​ຕົ້ນ​ປີ 2011, ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 3,87%, 2 ​ເດືອນ​ຕົ້ນ​ປີ 2012 ນີ້ ​ໄພ​ເງິນ​ເຟີ້​ພຽງ 2,38%. ທະນາຄານ​ການ​ຄ້າ​ຈຳນວນ​ຫນຶ່ງ​ໄດ້​ຫລຸດ​ອັດຕາ​ດອກ​ເບ້ຍ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.  ການ​ສົ່ງ​ອອກ​ໃນ 2 ​ເດືອນ​ຕົ້ນ​ປີ ​ບັນລຸ​ກວ່າ 15 ຕື້ USD ​ເພີ່ມ​ຂຶ້ນ​ເກືອບ 25% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທະນາຄານ​ແຫ່ງ​ລັດ ຕ້ອງ​ບໍລິຫານ​ເພື່ອຮັກສາ​ອັດຕາ​ແລກປ່ຽນ​ເປ​ັນປົກກະຕິ, ສືບ​ຕໍ່​ປົວ​ແປງ​ຄວາມສາມາດ​ການ​ຊຳລະ​ຂອງ​ລະບົບ ​ແລະ ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ທະນາຄານ​ຄືນ​ໃຫມ່​ຢ່າງ​ແຫນ້ນ​ແຟ້ນ.        
TAG
ວາລະປະຊຸມປະຈຳເດືອນ