VOV WorldVOV World
ວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ”
21/11/2019 10:26
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ ວັນທີ 23 ພະຈິກ ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນເຂດວິຫານທາດ ໝີເຊີນ ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ ຈາກ UNESCO (04/12/1999 – 04/12/2019),
ວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ”
ວັນທີ 21 ພະຈິກ, ຄະນະຄຸ້ມຄອງມໍລະດົກວັດທະນະທຳໂລກ ໝີເຊີນ ໄດ້ໄຂງານວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ” ແນໃສ່ສະຫລຸບວຽກງານອະນຸລັກຮັກສາ ແລະ ພັດທະນາເຂດມໍລະດົກອັນລ້ຳຄ່ານີ້.  ມໍລະດົກວັດທະນະທຳໂລກ ໝີເຊີນ (ພາບ: TTXVN)         ດ້ວຍຮູບຖ່າຍ ແລະ ວັດຖຸພັນກ່ວາ 100 ຢ່າງໄດ້ນຳມາວາງສະແດງ, ໃນນັ້ນ ມີຮູບພາບທີ່ໄດ້ຮັບການເກັບຮັກສາໄວ້ກ່ວາ 100 ປີກໍ່ໄດ້ນຳມາປະກາດເປັນຄັ້ງທຳອິດ, ເຊິ່ງໄດ້ວາດພາບເຖິງສະພາບຕົວຈິງໃນຄວາມມານະພະຍາຍາມອະນຸລັກຮັກສາມໍລະດົກອັນລ້ຳຄ່ານີ້.
TAG
VOV/VOVworld/ວາງສະແດງ/ອະນຸລັກຮັກສາ/ມໍລະດົກວັດທະນະທຳ/ໝີເຊີນ