VOV WorldVOV World
ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້
18/09/2019 10:55
(VOVWORLD) - ກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືສະຫງ່າອົງອາດ, ເປັນເອກະພາບແບບຍືນຍົງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ.
ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້
 ກອງປະຊຸມເພື່ອແນໃສ່ເປົ້າໝາຍສືບຕໍ່ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ ຢູ່ພາກພື້ນຄື: ຊື້ຂາຍຢາເສບຕິດຜິດກົດໝາຍ; ການກໍ່ການຮ້າຍ; ຄ້າຂາຍອາວຸດເຖື່ອນ; ການຄ້າມະນຸດ; ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ... ເຂົ້າຮ່ວມກອງປະຊຸມມີຜູ້ແທນເກືອບ 300 ທ່ານ ມາຈາກບັນດາປະເທດ ອາຊຽນ ແລະ ຜູ້ແທນ 10 ປະເທດຄູ່ຮ່ວມມືຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.
TAG
VOV/VOVworld/ASEANAPOL 39/ຜູ້ບັນຊາການ/ຕໍາຫຼວດ