ຢ້ຽມຢາມ, ມອບຂອງຂັວນ ແລະ ອວຍພອນບຸນປີໃໝ່ປະຈຳຊາດ ບັນດາກຳລັງປະຕິບັດໜ້າທີ່ຢູ່ທະເລ
03/02/2026 06:23
(VOVWORLD) - ໃນລະຫວ່າງວັນທີ 1 – 2 ກຸມພາ, ພົນຈັດຕະວາ ໂດະວັນອຽນ, ຮອງຫົວໜ້າການເມືອງກອງທັບເຮືອ ໄດ້ນຳໜ້າຄະນະປະຕິບັດງານຂອງເຫຼົ່າທັບເຮືອໄດ້ຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງທັບເຮືອ ເຂດ 2 .

ພົນຈັດຕະວາ ໂດະວັນອຽນ ລະດົມກຳລັງໃຈພະນັກງານ, ນັກຮົບ, ໂດຍສະເພາະແມ່ນກຳລັງປະຕິບັດໜ້າທີ່ຢູ່ທະເລ, ເຮືອນຮ້ານ DK 1 ໃນໂອກາດບຸນເຕັດເປັນປະຈຳ (ພາບ: baohaiquan.vietnam.vn) |
ຢູ່ບັນດາສະຖານທີ່ທີ່ຄະນະມາຢ້ຽມຢາມນ, ພົນຈັດຕະວາ ໂດະວັນອຽນ ຮຽກຮ້ອງໃຫ້ຜູ້ບັນຊາການທຸກຂັ້ນຕ້ອງເອົາໃຈໃສ່, ເບິ່ງແຍງດູລາ, ລະດົມກຳລັງໃຈພະນັກງານ, ນັກຮົບ, ໂດຍສະເພາະແມ່ນກຳລັງປະຕິບັດໜ້າທີ່ຢູ່ທະເລ, ເຮືອນຮ້ານ DK 1 ໃນໂອກາດບຸນເຕັດເປັນປະຈຳ. ບັນດາກົມກອງເປັນເຈົ້າການກະກຽມທຸກດ້ານໃຫ້ພິທີຝຶກແອບທະຫານປີ 2026 ແລະ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງ, ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນສະໄໝ 2026 – 2031 ກ່ອນກຳນົດເວລາ.
ກໍໃນວັນດຽວກັນ, ຄະນະປະຕິບັດງານຂອງຕຳຫຼວດທະເລ ຫວຽດນາມ ນຳໂດຍທ່ານພົນຕີ ບຸ່ຍກວັກອວຍ, ຫົວໜ້າການເມືອງຕຳຫຼວດທະເລ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ເຂດພິເສດ ກົນດາວ. ຄະນະໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານ ຮ່າງເຢືອງ, ກວດກາວຽກງານກະກຽມບຸນປີໃໝ່ປະຈຳຊາດ ຢູ່ ກອງຕຳຫຼວດທະເລ 33 (ກອງບັນຊາການຕຳຫຼວດທະເລ ເຂດ 3).
TAG
VOV/VOVworld/ອວຍພອນປີໃໝ່/ຕຳຫຼວດທະເລ
Related






