ຢູແກຼນ ຍາດຄືນເທດສະບານແຫ່ງຫນຶ່ງທີ່ສຳຄັນຢູ່ພາກຕາເວັນອອກ
23/07/2014 10:39
(vovworld)- ພົນທະຫານ ຢູແກຼນ ໄດ້ຍາດຄືນສິດກວດກາເທດສະບານ ຍຸດທະສາດ ສຳຄັນ Severodonetsk ຢູ່ ພາກຕາເວັນອອກ ຢູແກຼນ

(vovworld)- ພົນທະຫານ ຢູແກຼນ ໄດ້ຍາດຄືນສິດກວດກາເທດສະບານ ຍຸດທະສາດ ສຳຄັນ Severodonetsk ຢູ່ ພາກຕາເວັນອອກ ຢູແກຼນ ຈາກກຳລັງທວງເອົາຢູແກຼນ ເປັນສະຫະພາບ. ວັນທີ 22/7, ກະຊວງພາຍໃນ ຢູແກຼນໃຫ້ຮູ້ວ່າ: ກອງທັບ ຍາດໄດ້ສິດກວດກາ ບັນດາຮາກຖານສຳຄັນ ທັງໝົດໃນເທດສະບານທີ່ມີພົນລະເມືອງປະມານ 110.000 ຄົນ. ໃນຂະນະນັ້ນ ໃນວັນດຽວກັນ, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາດຳລັດຂອງປະທານາທິບໍດີ Petro Poroshenko ອະນຸຍາດໃຫ້ລະດົມກຳລັງທະຫານສຳຮອງຕື່ມອີກ ໂດຍແມ່ນຜູ້ຊາຍອາຍຸຕຳ່ກວ່າ 50 ປີ ເພື່ອເຂົ້າຮ່ວມບັ້ນຮົບການທະຫານຢູ່ພາກຕາເວັນອອກຂອງປະເທດນີ້ ແລະ ປົກປັກຮັກສາເສັ້ນຊາຍແດນທີ່ຕິດກັບລັດເຊຍ.
TAG
vovworld/ກອງທັບ
Related
More






