VOV WorldVOV World
ເຂັ້ມຂົ້ນໄປດ້ວຍສີສັນທະເລ
05/09/2018 12:10
(VOVWORLD) -Festival ທະເລປີ 2018 ບາເຣັຍ-ຫວຸງເຕົ່າ ດ້ວຍຫົວຂໍ້ “ບາເຣັຍ-ຫວຸງເຕົ່າ, ຄວາມຄາດຫວັງ, ຄວາມຮັກ ແລະ ທະເລ” ຫາກໍ່ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 3 ກັນຍາ ຢູ່ນະຄອນຫວຸງເຕົ່າ. Festival ທະເລປີ 2018 ອີກເທື່ອໜຶ່ງໄດ້ຢັ້ງຢືນ ເຄື່ອງໝາຍທະເລ ໃນການໂຄສະນາ ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການຄ້າ-ການທ່ອງທ່ຽວ ແລະ ເສດຖະກິດທະເລຂອງແຂວງ ບາເຣັຍ-ຫວຸງເຕົ່າ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນຢູ່ພາຍໃນປະເທດ ທີ່ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລເວົ້າລວມ
ເຂັ້ມຂົ້ນໄປດ້ວຍສີສັນທະເລ
Festival ທະເລບາເຣັຍ-ຫວຸງເຕົ່າ  ໃນການດຳເນີນເປັນເວລາ 7 ວັນ,   Festival ທະເລປີ 2018 ຂອງແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ດຶງດູດການເຂົ້າຮ່ວມຂອງ 28 ແຂວງ, ນະຄອນ ແລະ ວິສາຫະກິດ ຢູ່ພາຍໃນ ແລະ ຕ່າງແຂວງເກືອບ 400 ແຫ່ງ ເຊິ່ງໄດ້ມີບັນດາຮ້ານສະແດງສິນຄ້າ ຢູ່ງານຕະຫຼາດນັດການຄ້າ. ຢູ່ສູນວາງສະແດງຮູບແຕ້ມຕົວໜັງສື, ມີຮູບແຕ້ມຕົວໜັງສືກວ່າ 300 ແຜ່ນ ດ້ວຍຫົວເລື່ອງທະເລ, ເອົາຫົວເລື່ອງທະເລ ເປັນແຫຼ່ງບັນດານໃຈ, ເນື້ອໃນແມ່ນບັນດາເລື່ອງລາວ, ຄຳສຸພາສິດ, ບັນດາຄຳກອນທີ່ມ່ວນກ່ຽວກັບທະເລ, ບັນດານັກແຕ້ມຕົວໜັງສື ໄດ້ຖ່າຍທອດກ່ຽວກັບສານ ແຫ່ງຄວາມຮັກທະເລ. ນັກສິລະປະການ ເຈິນແທັງຮ່ຽນ, ຫົວໜ້າສະໂມສອນ ແຕ້ມຕົວໜັງສືແຂວງ ບາເຣັຍ-ຫວຸງເຕົ່າ ໃຫ້ຮູ້ວ່າ: 
TAG
VOV/VOVworld/ທະ​ເລ