VOV WorldVOV World
ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ
24/01/2018 13:43
(VOVWORLD) -ໃນເຂດຕົວເມືອງທີ່ມີການເຄື່ອນໄຫວຢ່າງຟົດຟື້ນ, ຜູ້ຄົນໄປມາຢ່າງຄັບຄາໜາແໜ້ນ, ມີຮ້ານສັບພະສິນຄ້າຫຼາຍແຫ່ງນັ້ນ, ແຕ່ພັດມີຕະຫຼາດນັດທີ່ມີສີສັນເຂດບ້ານນາພາກເໜືອ. ຕະຫຼາດແຫ່ງນີ້ ຂາຍເຄື່ອງຂອງສິນຄ້າຄົບທຸກຊະນິດ ຈາກແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ….ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວ, ເຄື່ອງເອລິກໂຕນິກທີ່ມີລາຄາສູງ. ນັ້ນແມ່ນຕະຫຼາດຮ່າງຢູ່ນະຄອນຫາຍຟ່ອງ.ຊຸມມື້ທ້າຍປີ, ຕະຫຼາດນັດມີຄົນມາຊື້ຂາຍເຄື່ອງຢ່າງໜາແໜ້ນ.
ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ
ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ   ຕະຫຼາດຮ່າງ ກ່ອນນີ້ແມ່ນຕະຫຼາດໃນໝູ່ບ້ານຢືຮ່າງກ່ອນນີ້. ໝູ່ບ້ານຢືຮ່າງ ແມ່ນໝູ່ບ້ານເກົ່າ ທີ່ມີມາແຕ່ສະຕະວັດທີ 17 ຫາ 18. ບໍລິເວນໝູ່ບ້ານຢືຮ່າງກ່ອນນີ້ ແມ່ນເຂດດິນຜະລິດກະສີກຳ ແລະ ກໍແມ່ນຈຸດຊຸມທາງຄົມມະນາຄົມ, ດັ່ງນັ້ນ, ຕະຫຼາດຮ່າງກາຍເປັນສະຖານທີ່ພົບປະແລກປ່ຽນຊື້ຂາຍ ແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ, ເຄື່ອງອຸປະກອນກະສີກຳ. ຍ້ອນຂະບວນວິວັດຫັນເປັນຕົວເມືອງໄດ້ຂະຫຍາຍອອກສູ່ເຂດອ້ອມຂ້າງ, ດັ່ງນັ້ນໃນທຸກວັນນີ້, ຕະຫຼາດຮ່າງຖືກຕັ້ງຢູ່ບໍລິເວນໃຈກາງຕົວເມືອງ ທີ່ຂຶ້ນກັບຕາແສງ ຢືຮ່າງເກັງ,. ເມືອງ ເລເຈີນ, ນະຄອນ ຫາຍຟ່ອງ. ສິ່ງທີ່ພິເສດແມ່ນຢູ່ບ່ອນວ່າ ຜ່ານການເວລາທີ່ລ່ວງເລີຍໄປ, ແຕ່ປະເພນີແລກປ່ຽນຊື້ຂາຍເຄື່ອງອຸປະກອນກະສີກຳຢູ່ ຕະຫຼາດຮ່າງເມື່ອກ່ອນນີ້ ຍັງຄົງຖືກຮັກສາໄວ້ເໝືອນເດີມ. ປະຈຸບັນ, ຕະຫຼາດນັດຮ່າງພຽງມີຂຶ້ນໃນຕອນເຊົ້າວັນອາທິດໃນແຕ່ລະອາທິດ ແລະ ໃນຊຸມວັນທ້າຍປີເທົ່ານັ້ນ.                                      ຕາມປະເພນີແລ້ວ, ຢູ່ຕະຫຼາດແຫ່ງນີ້, ຍັງຂາຍແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ, ເຄື່ອງອຸປະກອນກະສີກຳ. ບັນດາຜູ້ທີ່ດຳລົງຊີວິດຢູ່ນະຄອນຫາຍຟ່ອງ ແລະ ບັນດາແຂວງໃກ້ຄຽງເມື່ອໄປ ຕະຫຼາດຮ່າງ ກໍສາມາດຊື້ໄດ້ໄກ່, ແນວພັນພືດຜັກຕ່າງໆ, ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວຄື ກະບຽນ, ກະບຸງສານດ້ວຍໄມ້ໄຜ່. ລຸງ ຄາ ຢູ່ຫາຍເຢືອງໄປຕະຫຼາດຮ່າງ ໃຫ້ຮູ້ວ່າ :       “ ຂ້າພະເຈົ້າມັກໄປຕະຫຼາດແຫ່ງນີ້, ເພາະເຫັນວ່າ ຢູ່ນີ້ມີສີສັນເຂດບ້ານນາ, ບັນດາເຄື່ອງຫັດຖະກຳກໍລ້ວນແຕ່ມີຂາຍຢູ່ທີ່ນີ້. ຂ້າພະເຈົ້າໄປຕະຫຼາດ ກໍຊື້ໄດ້ປ່ອມໜ່ວຍໜຶ່ງ”     ຢູ່ຕະຫຼາດຮ່າງ, ນອກຈາກພວກພໍ່ຄ້າຊາວຂາຍມາຄ້າຂາຍຢູ່ນີ້ແລ້ວ, ກໍຍັງມີບັນດາຜູ້ນຳເອົາສັດລ້ຽງ, ສິນພິເສດຂອງຄອບຄົວມາຂາຍ ຫຼືມາແລກປ່ຽນບົດຮຽນກັບບັນດາຜູ້ທີ່ຮ່ວມຄະຕິປະຈຳໃຈມັກລ້ຽງສັດ ແລະ ປູກຝັງ. ທ່ານ ດວານຮິ້ງຢາ ຢູ່ເມືອງ ເລເຈີນ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ :      “ ນີ້ແມ່ນຕະຫຼາດທີ່ມີມາແຕ່ດົນນານຢູ່ຫາຍຟ່ອງ. ພໍ່ແມ່ພີນ້ອງຊາວນະຄອນຫາຍຟ່ອງ ຕ່າງກໍພາກພູມໃຈ ຍ້ອນມີຕະຫຼາດຮ່າງ ແມ່ນບ່ອນຈຳໜ່າຍຜະລິດຕະພັນ, ຈາກແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ….ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວ, ເຄື່ອງເອລິກໂຕນິກທີ່ມີລາຄາສູງ. ວັນທິດໃດ, ຂ້າພະເຈົ້າກໍໄດ້ໄປຕະຫຼາດຮ່າງ ”      ໂດຍແມ່ນຕະຫຼາດມີສີສັນເຂດບ້ານນາ, ແຕ່ຢູ່ ຕະຫຼາດຮ່າງ ມີຄົບທຸກເຂດຂາຍສິນຄ້າ, ແຕ່ລະເຂດກໍຂາຍສິນຄ້າຊະນິດໃດໜຶ່ງຕ່າງຫາກ. ອ້າຍ ຫງວຽນກວາງຕ້ຽນ ມາຈາກຮ່າໂນ້ຍ ເປີດເຜີຍວ່າ :      “ ຢູ່ຕະຫຼາດຮ່າງມີສິນຄ້າຫຼາຍປະເພດທີ່ບບໍ່ມີຂາຍຢູ່ຕະຫຼາດອື່ນ. ບາງຄັ້ງຄາວ ຂ້າພະເຈົ້າ ກໍໄດ້ໄປຕະຫຼາດເພື່ອຊື້ໄກ່ມາລ້ຽງ  ”     ຢູ່ຕະຫຼາດຮ່າງຍັງຂາຍເຄື່ອງໃຊ້ໄມ້ສອຍຕ່າງໆອີກຫຼາຍຊະນິດເຊັ່ນ: ຕະກຽງ, ໄໝຫຍິບ, ເຂັມຕະຫຼອດຮອດເຄື່ອງເອລິກໂຕນິກ, ໂທລະສັບມືຖື, ເຄື່ອງຄອມພິວເຕີ, ເຄື່ອງເຈາະ, ຈັກສູບນ້ຳ…      ສິ່ງທີ່ເປັນໜ້າຈັບໃຈ ແມ່ນໃນຍຸກສະໄໝຕະຫຼາດຂະຫຍາຍຕົວດ້ວຍລະບົບຮ້ານຄ້າ, ຮ້ານສັບພະສິນຄ້າໃນທ່າມກາງເຂດຕົວເມືອງທີ່ທັນສະໄໝນັ້ນ, ຕະຫຼາດນັດຄື ຕະຫຼາດຮ່າງ ທີ່ມີສີສັນເຂດບ້ານນາຍັງຄົງໄດ້ຮັບການຮັກສາໄວ້ໄດ້. ຢູ່ຕະຫຼາດແຫ່ງນີ້ ບໍ່ພຽງແຕ່ແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງແມ່ນສາຍສຳພັນລະຫວ່າງອະດີດຕະການ ແລະ ປະຈຸບັນ. ຍ້ອນເຫດນັ້ນ, ຕະຫຼາດຮ່າງນັບມື້ນັບດຶງດູດຜູ້ມາຕະຫຼາດ ປຽບເໝືອນສະຖານທີ່ວັດທະນະທຳຊຸມຊົນ.
TAG
VOV/VOVworld/ຕະຫຼາດ​ນັດ