ຫໍພິພິທະພັນສິລະປະຖັກແສ່ວແຫ່ງທຳອິດຢູ່ເຫ້ວ
01/08/2018 11:51
(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳເຮືອງ, ໃນຖະໜົນຍ່າງ ຫງວຽນດິ່ງຈຽວ ທີ່ນະຄອນເຫ້ວ, ຫໍພິພິທະພັນ ສິລະປະຖັກແສ່ວ XQ ມີກຳລັງດຶງດູດໃຈສຳລັບ ປະຊາຊົນ, ແຂກທ່ອງທ່ຽວ ແລະ ວົງການນັກຄົ້ນຄວ້າສິລະປະ. ຢູ່ແຫ່ງນີ້ໄດ້ແນະນຳ ກ່ຽວກັບອາຊີບຖັກແສ່ວອັນເປັນປະເພນີ ທີ່ເປັນເອກະລັກສະເພາະຂອງຊາວ ຫວຽດນາມໂດຍຜ່ານສິລະປະການຈັດວາງ.

ພາບຖັກແສ່ວ XQ ຮອດຍາມຄ້ອຍຄ່ຳ, ດວງຕາເວັນໄດ້ຄ່ອຍລັດຂອບຟ້າ, ຢູ່ແຄມແມ່ນ້ຳເຮືອງໃນນະຄອນເຫ້ວ ກໍ່ໄດ້ເລີ່ມຮຸ່ງແຈ້ງຂຶ້ນ ຈາກລະບົບດອກໄຟເຍືອງທາງ ເທິງຂົວເຈື່ອງຕຽນ. ບັນດາພາບຖັກແສ່ວໃນຫໍພິພິທະພັນ ສິລະປະຖັກແສ່ວ XQ ຍິ່ງເພີ່ມຄວາມລະອຽດອ່ອນ, ລຶກລັບມະຫັດສະຈັນ ເຮັດໃຫ້ຜູ້ຊົມມີຄວາມຫຼົງໄຫຼ ຍ້ອນແສງໄຟແນອອນສາດສ່ອງໃສ່. ຍ່າງເບິ່ງໃນບັນດາຫ້ອງວາງສະແດງພາບຖັກແສ່ວ ຢູ່ຫໍພິພິທະພັນ ສິລະປະຖັກແສ່ວ XQ, ອ້າຍ ເຈື່ອງວິເລືອງ ແຂກທ່ອງທ່ຽວມາຈາກ ນະຄອນໂຮ່ຈີມິນ ເປີດເຜີຍວ່າ: “ບັນດາພາບຖັກແສ່ວນີ້ ເບິ່ງເປັນໜ້າປະຫຼາດໃຈທີ່ສຸດ ແລະ ມັນມີຄວາມດູດດື່ມທີ່ສຸດ, ມັນໄດ້ພາເຮົາເຂົ້າສູ່ໂລກຕ່າງຫາກ ໃນຂົງເຂດສິລະປະ. ຢູ່ທີ່ນີ້ບໍ່ມີສຽງເນືອງນັນຄືຢູ່ຕາມຖະໜົນຫົນທາງ, ເຮົາສາມາດຮັບຊົມສີ່ງທີ່ຍອດຍິ່ງທາງດ້ານສິລະປະ ໃນບັນຍາກາດງຽບສະງັດ”. ມີພາບຖັກແສ່ວ, ວັດຖຸພັນ, ຮູບຖ່າຍ, ເອກະສານເກືອບ 400 ຢ່າງ ທີ່ນຳມາວາງສະແດງ ທີ່ຫໍພິພິທະພັນ ສິລະປະຖັກແສ່ວ XQ ແມ່ນລວມມີພາບຖັກແສ່ວຊະນິດຕ່າງ, ໂດຍສະເພາະມີພາບຖັກແສ່ວສອງດ້ານ ທີ່ກ່ຽວຂ້ອງເຖິງສິລະປະ ການຫຍິບປັກຖັກແສ່ວ. ຖືກວາງສະແດງຫຼາຍທີ່ສຸດ ແມ່ນບັນດາພາບຖັກແສ່ວສອງດ້ານ ກ່ຽວກັບຮູບພາບທຳມະຊາດ, ຮູບເຄິ່ງຄີງ, ຮູບກ່ຽວກັບດອກໄມ້, ທິດສະດີຕ່າງໆ. ພາບຖັກແສ່ວເຫຼົ່ານັ້ນ ກໍ່ຍັງແນະນຳກ່ຽວກັບປະຫວັດຄວາມເປັນມາຂອງອາຊີບຖັກແສ່ວ, ສິລະປະຖັກແສ່ວ, ກິດຈະການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນປະເພນີ, ຄວາມງາມທາງດ້ານຈິດວິນຍານ ແລະ ຄວາມຄ່ອງແຄ້ວ ຂອງແມ່ຍິງເຫ້ວ. ອ້າຍ ເດນິດ ແຂກທ່ອງທ່ຽວ ມາຈາກສິງກະໂປ ໃຫ້ຮູ້ວ່າ:
TAG
VOV/VOVworld/ຖັກແສ່ວ
Related








