ຫໍພິພິທະພັນຮຸ່ງເວືອງ - ສະຖານທີ່ວາດພາບເຖິງປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ
23/05/2018 15:20
(VOVWORLD) -ໂດຍຖືກຕັ້ງຢູ່ໂນນໜ່ວຍໜຶ່ງທີ່ຂຶ້ນກັບຕາແສງຮີເກືອງ, ນະຄອນຫວຽດຈີ່, ແຂວງຟູເທາະ ແລະ ນອນໃນກຸ່ມປູຊະນີຍະສາຖານປະຫວັດສາດພະວິຫານຮຸ່ງ, ຫໍພິພິທະພັນແຫ່ງຊາດຮຸ່ງເວືອງ (ໝາຍເຖິງເຈົ້າຊີວິດຮຸ່ງ) ແມ່ນກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກ, ຊຶ່ງແມ່ນບ່ອນເກັບຮັກສາ ແລະ ວາດພາບເຖິງໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ. ສະຖານທີ່ແຫ່ງນີ້ຍັງແມ່ນບ່ອນທີ່ຊາວຫວຽດນາມທຸກໆຄົນ, ເຖິງວ່າຢູ່ພາຍໃນຫຼືອາໄສຢູ່ຕ່າງປະເທດກໍ່ຕາມ, ເມື່ອກັບມາຢ້ຽມຢາມໃນແຕ່ລະຄັ້ງກໍ່ລ້ວນແຕ່ຮູ້ສຶກມີຄວາມເອກອ້າງທະນົງໃຈ

ຢູ່ທາງໃນຫໍພິພິທະພັນຮຸ່ງເວືອງ ຫໍພິພິທະພັນຮຸ່ງເວືອງຖືກຕັ້ງໃນເຂດປູຊະນີຍະສະຖານປະຫວັດສາດພະວິຫານຮຸ່ງ, ແມ່ນສະຖານທີ່ພິເສດໃນການເຫຼື້ອມໃສຂອງຊາວຫວຽດນາມແຕ່ລະຄົນ. ຫໍພິພິທະພັນແຫ່ງນີ້ຖືກປຸກສ້າງແຕ່ຊຸມປີທ້າຍທົດສະວັດ 80 ຂອງສະຕະວັດກ່ອນ ແລະ ໄດ້ຜ່ານບັນດາໄລຍະດຳເນີນການບູລະນະປະຕິສັງ ຂອນຫຼາຍຄັ້ງ. ຫໍພິພິທະພັນຮຸ່ງເວືອງຖືກອອກແບບກໍ່ສ້າງໂດຍອິງໃສ່ໂລກກະທັດຂອງຊາວຫວຽດບູຮານດ້ວຍຄວາມສຳນຶກວ່າທ້ອງຟ້າມີຮູບວົງມົນ, ສ່ວນດິນມີຮູບສີ່ຫຼ່ຽມ, ປະກອບດ້ວຍສອງຊັ້ນດ້ວຍເນື້ອທີ່ເກືອບ 1000 ຕາແມັດ. ຖ້າຫາກຢືນຢູ່ຈອມພູເຫງ້ຍລິງມຸ້ງສາຍຕາລົງສູ່ຫໍພິພິທະພັນກໍເຫັນວ່າປຽບເໝືອນຫີບສີ່ແຈສາກທີ່ມະຫຶມາ, ມັນຊ່ວຍໃຫ້ຄົນເຮົາຄິດເຖິງເລື່ອງນິທານເຂົ້າຕົ້ມ ແບ໋ງຈຶງ ແລະ ແບ໋ງໄຢ່ໃນເລື່ອງລາວນິທານປະຫວັດສາດຂອງຊາດຫວຽດນາມ. ປັດຈຸບັນຢູ່ຫໍພິພິທະພັນແຫ່ງນີ້ມີວັດຖຸພັນທີ່ໄດ້ຄົ້ນພົບມາຈາກສະໄໝປະຖົມບູຮານເກືອບ 700 ຢ່າງໃນຍອດຈຳນວນວັດຖຸພັນຖືກເກັບຮັກສາລວມກວ່າ 4000 ຢ່າງຖືກນຳມາວາງສະແດງຢູ່ຫ້າຫ້ອງວາງສະແດງຕາມຫົວເລື່ອງຕົ້ນຕໍເຊັ່ນ ຫົວເລື່ອງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມໃນສະໄໝປະຖົມບູຮານ; ຫົວເລື່ອງກ່ຽວກັບໄລຍະທຳອິດຂອງການສ້າງສາປະເທດຊາດ; ຫົວເລື່ອງກ່ຽວກັບພາລະກິດ ສ້າງສາລັດວັນລາງຂອງບັນດາເຈົ້າຊີວິດຮຸຸ່ງອົງຕ່າງໆ; ຫົວເລື່ອງກ່ຽວກັບເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ການໄຫວບູຊາເຈົ້າຊີວິດຮຸ່ງບົນພື້ນທີ່ເກົ່າຟອງເຈົາ; ຫົວເລື່ອງກ່ຽວກັບນ້ຳໃຈຄວາມຮັກແພງຂອງປະຊາຊົນ, ຄວາມເອົາໃຈໃສ່ຂອງ ບັນດາລະບອບສັງຄົມທີ່ມີຕໍ່ວິຫານຮຸ່ງ. ຜູ້ນຳທ່ຽວຊົມຄົນໜຶ່ງ ໃຫ້ຮູ້ວ່າ: “ ພວກເຮົາພວມຢືນຢູ່ນີ້ແມ່ນຫ້ອງທີສາມຂອງຫໍພິພິທະພັນຮຸ່ງເວືອງດ້ວຍ ຫົວເລື່ອງ “ພາລະກິດສ້າງສາປະເທດວັນລາງຂອງເຈົ້າຊີວິດຮຸ່ງອົງຕ່າງໆ” ແລະ ຫ້ອງນີ້ກໍ່ໄດ້ວາງສະແດງວັດຖຸພັນເຮັດດ້ວຍທອງ, ສະແດງໃຫ້ເຫັນຍອດສູງທາງດ້ານສິລະປະຫຼໍ່ທອງແດງທີ່ຂື້ນກັບວັດທະນະທຳດົ່ງເຊີນ”. ໃນແຕ່ລະວັນ, ຫໍພິພິທະພັນຮຸ່ງເວືອງໄດ້ຕ້ອນຮັບແຂກທ່ອງທ່ຽວນັບພັນເທື່ອຄົນເຂົ້າມາຢ້ຽມຊົມທັດສະນະສຶກສາ. ພິເສດໃນໂອກາດວັນບຸນໄຫ້ວບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແຕ່ລະວັນກໍ່ມີແຂກທອ່ງທ່ຽວເຖິງໝື່ນເທື່ອຄົນເຂົ້າມາຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ແລະ ແວ່ຢ້ຽມຊົມຫໍພິພິທະພັນຮຸ່ງເວືອງ. ນາງຫງວຽນທິເວິນແອັງ ຫົວໜ້າໜ່ວຍນຳທ່ຽວຊົມຢູ່ຫໍພິພິທະພັນຮຸ່ງເວືອງໃຫ້ຮູ້ວ່າ: “ເຂດປູຊະນີຍະສະຖານວິຫານຮຸ່ງແມ່ນສະຖານທີ່ບູຊາບັນພະບຸລຸດຂອງຊາດຫວຽດນາມ. ແມ່ນບ່ອນທີ່ຊາວຫວຽດນາມທຸກໆຄົນ ລ້ວນແຕ່ມີຄວາມຫວັງຢາກມາຢ້ຽມຢາມ. ໃນການເດີນທາງກັບຄືນສູ່ກົກເຄົ້າເຫົ້ງາກໍນັ້ນ, ຫໍພິພິທະພັນແຫ່ງນີ້ ກໍ່ແມ່ນສະຖານທີ່ພິເສດເມື່ອມາຢ້ຽມຢາມວິຫານຮຸ່ງ. ຫໍພິພິທະພັນແຫ່ງນີ້ແມ່ນບ່ອນເກັບຮັກສາວັດຖຸພັນທີ່ມີຄ່າຫາຍາກຫຼາຍຢ່າງ, ທັງນີ້ກໍ່ຊ່ວຍໃຫ້ແຂກ ທ່ອງທ່ຽວທັງຫຼາຍ ສາມາດເຫັນໄດ້ວ່າ ໃນຍຸກສະໄໝເຈົ້າຊີວິດຮຸ່ງ, ພ້ອມກັບບັນດາຄຸນຄ່າທີ່ພວກເຮົາໄດ້ຮັບຮູ້ກ່ຽວກັບການເຫຼື້ອມໃສໄຫວບູຊາເຈົ້າຊີວິດຮຸ່ງນັ້ນ ກໍ່ມີວັດຖຸພັນທີ່ມີຄ່າຫາຍາກຫຼາຍຢ່າງໄດ້ຖືກຊອກເຫັນຢູ່ແຫ່ງນີ້ເຊິ່ງເປັນຫຼັກຖານຢັ້ງຢືນຍຸກສະໄໝເຈົ້າຊີວິດຮຸ່ງແມ່ນຍຸກສະໄໝມີຈິງໃນປະຫວັດສາດ”. ວັດຖຸບູຮານແຕ່ລະຢ່າງໃນສະໄໝເຈົ້າຊີວິດຮຸ່ງທີ່ນຳມາວາງສະແດງຢູ່ຫໍພິພິທະພັນກໍ່ລ້ວນແຕ່ແມ່ນວັດຖຸທີ່ສັກສິດເຊື່ອມຕໍ່ບັນດາເທບນິຍາຍເຂດດິນແດນແຫ່ງບັນພະບຸລຸດ.
TAG
VOV/VOVworld/ຫໍພິພິທະພັນ
Related








