VOV WorldVOV World
ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ
04/07/2018 04:34
(VOVWORLD) -ບ້ານຕາວານນອນຢູ່ໃນຕາແສງ ຕາວານ ເມືອງ ຊາປາ ແຂວງລາວກາຍ, ຫ່າງຈາກໃຈກາງນະຄອນຊາປາ ປະມານ 12 ກິໂລແມັດ. ໂດຍນອນຢູ່ຮ່ອມພູເມື່ອງຮວາທີ່ສວຍສົດງົດງາມດັ່ງໃນຝັນ, ຢູ່ຕີນສາຍພູຮວ່າງລຽນເຊີນ, ບ້ານຕາວານ ສາມາດດຶງດູດໃຈແຂກທ່ອງທ່ຽວບໍ່ພຽງແຕ່ຍ້ອນຄວາມງາມຂອງນາຂັ້ນໃດ, ບັນດາສາຍພູສູງສະຫຼັບຊັບຊ້ອນ, ບັນດາເສັ້ນທາງຊອຍຖືກໂອບອ້ອມໄປດ້ວຍທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ. ແຕ່ໃນທຸກວັນນີ້, ບ້ານຕາວານຊ້ຳພັດຄັບຄາໜາແໜ້ນລາຍຂຶ້ນດ້ວຍຄຸ້ມຖະໜົນທີ່ຫຼູຫຼານອນຢູ່ໃນໃຈກາງບ້ານ
ໝູ່ບ້ານຕາວານໃນເມືອງຊາປາ, ແຂວງລາວກາຍ
ໝູ່ບ້ານຕາວານໃນເມືອງຊາປາ  ປັດຈຸບັນບ້ານຕາວານມີກວ່າ 150 ຄອບຄົວ, ໃນນັ້ນຕົ້ນຕໍແມ່ນຊາວເຜົ່າໄຢ໋. ເຂົາເຈົ້າດຳລົງຊີວິດຕົ້ນຕໍແມ່ນອາໄສການປະກອບອາຊີບເຮັດໄຮ່ໄຖນາ, ໃນຊຸມປີມໍ່ໆມານີ້, ຂະນະທີ່ຂະແໜງທ່ອງທ່ຽວຊາປາພັດທະນາຢ່າງແຂງແຮງ, ຊາວບ້ານຕາວານໄດ້ເລີ່ມເຮັດການທ່ອງທ່ຽວເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ເມື່ອມີໂອກາດມາຢ້ຽມຢາມບ້ານຕາວານ, ແຂກທ່ອງທ່ຽວຈະເຫັນປະຈັກຕາເຮືອນຮ້ານຫຼາຍຫຼັງໂດຍຕິດປ້າຍໂຄສະນາຖືກຢ່າງຫຼວງຫຼາຍດ້ວຍຕົວໜັງສື “Homestay”. ນີ້ແມ່ນບັນດາເຮືອນນ້ອຍເຮັດດ້ວຍໄມ້, ຖືກຕັ້ງຢູ່ທາງຫຼັງກົກໄມ້ໄຜ່ຫຼືຢູ່ແຄມຫ້ວຍນ້ຳລຳເຊ. ວັດສະດຸຕົ້ນຕໍແມ່ນໄມ້ພ້ອມກັບບັນດາເຄື່ອງໃຊ້ໄມ້ສອຍທີ່ເປັນປະເພນີຂອງຊາວເຜົ່າ, ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຊົມຊອບ ແລະ ສະໜິດຕິດພັນກວ່າເກົ່າ. ອ້າຍຫ້າງອາປ້າວ ເລຂາໜ່ວຍຊາວໜຸ່ມຕາແສງຕາວານໃຫ້ຮູ້ວ່າ:      “ຂະນະທີ່ປະເທດຊາດນັບມື້ນັບສ້າງເປັນທັນສະໄໝນັ້ນ, ການບໍລິການ Homestay ແມ່ນພັດທະນາດີທີ່ສຸດເພື່ອໃຫ້ແຂກມາພັກເຊົ່າ, ມາທ່ອງທ່ຽວຢູ່ທ້ອງຖິ່ນ. ການບໍລິການນີ້ແມ່ນມີປະສິດທິຜົນທີ່ສຸດ. ກຳລັງຊາວໜຸ່ມມີບົດບາດໄປໂຄສະນາເພື່ອໃຫ້ຊາວບ້ານເພີ່ມຄວາມເຂົ້າໃຈກ່ຽວກັບບັນຫາລາຍຮັບ, ການ ພັດທະນາເສດຖະກິດ.  ພວກຂ້າພະເຈົ້າໄດ້ໄປໂຄສະນາໃຫ້ບັນດາຄອບຄົວທີ່ມີຊາວໜຸ່ມ, ໄວໜຸ່ມເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມການດຳເນີນຊີວິດຂອງໜ່ວຍຊາວໜຸ່ມ. ບັນດາຊາວໜຸ່ມ, ໄວໜຸ່ມຈະແນະນຳໃຫ້ພໍ່ແມ່ປະຊາຊົນເຮັດການບໍລິການເຮືອນພັກເຊົ່າ Homestay ເພື່ອສາມາດປົວແປງຊີວິດການເປັນຢູ່ ແລະ ພັດທະນາເສດຖະກິດ”.        ໂດຍແມ່ນໜູ່ບ້ານນ້ອຍ, ຕ້ອງຂຶ້ນກິ່ວລົງພູ, ແຕ່ຢູ່ບ້ານຕາວານຍັງມີເຄື່ອງຂອງຄົບທຸກຊະນິດເພື່ອຮັບໃຊ້ທຸກໆຄົນເມື່ອມາພັກເຊົ່າ. ຢູ່ບໍລິເວນໃຈກາງບ້ານຕາວານກໍ່ມີຄຸ້ມຖະໜົນຄຸ້ມໜຶ່ງທີ່ມີເຮືອນເປີດບໍລິການ Homestay ຫຼາຍຫຼັງ, ບັນດາຮ້ານກາເຟ, ຮ້ານສັບພະສິນຄ້າ ແລະ ຕະຫຼາດກໍ່ວາງຂາຍສິນຄ້າທຸກໆຊະນິດເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອມີຄວາມຕ້ອງການ. ນາງ ຈາວເກີໄໝ, ຊາວທ້ອງຖິ່ນຂາຍເຄື່ອງຢູ່ຕະຫຼາດເປີດເຜີຍວ່າ:
TAG
VOV/VOVworld/ທ໋ອງ​ທ່ຽວ/​ຫມູ່​ບ້ານ