VOV WorldVOV World
ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ
06/06/2018 08:33
(VOVWORLD) -ໂດຍນອນຢູ່ເຂດພູພຽງຫີນດົ່ງວັນ, ຖ້ຳລຸ່ງຂວຸຍປຽບເໝືອນສະຖານທີ່ພົ້ນເດັ່ນໃນການເດີນທາງທ່ອງທ່ຽວເພື່ອຄົ້ນຫາຢູ່ສວນສາທາລະນະທໍລະນີທົ່ວໂລກ ດົ່ງວັນ. ຖ້ຳລຸ່ງຂວຸຍຖືກຂະໜານນາມວ່າ: ແມ່ນຖ້ຳແຫ່ງໜຶ່ງດຽວຢູ່ເຂດພູພຽງ. ສິ່ງທີ່ສ້າງເປັນຈຸດພິເສດຂອງຖ້ຳລຸ່ງຂວຸຍກໍແມ່ນລະບົບຫີນນົມຜາທີ່ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ ແລະ ມີເລື່ອງເລົ່າຂານສືບກັນມາກ່ຽວກັບຄວາມຮັກຂອງຄູ່ບ່າວສາວຊົນເຜົ່າມົ້ງຕິດພັນກັບຖ້ຳລຸ່ງຂວຸຍ, ຍາມໃດກໍ່ດຶງດູດໃຈແຂກທ່ອງທ່ຽວມາຢ້ຽມຊົມຢູ່ມໍລະດົກພິເສດນີ້
ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ
ຄວາມງາມຂອງຫີນນົມຜາໃນຖ້ຳລຸ່ງຂວຸຍປຽບເໝືອນແດນສະຫວັນ  ຖ້ຳລຸ່ງຂວຸຍນອນຢູ່ເຄິ່ງກາງພູໃຫ່ຍໜ່ວຍໜຶ່ງ, ບົນຜາຫີນສູງຊັນ. ໂດຍນອນຢູ່ຫ່າງຈາກເທດສະບານເມືອງຕາມເຊີນເຊິ່ງແມ່ນໃຈກາງເມືອງ ກວານບະ ປະມານສາມກິໂລແມັດ. ຈາກຕີນພູ, ແຂກທ່ອງທ່ຽວພຽງແຕ່ຍ່າງຕາມທາງຊອຍຂຶ້ນຖ້ຳ. ປະຕູຖ້ຳສູງບໍ່ຮອດ 1,5 ແມັດ ແລະ ກວ້າງປະມານໜຶ່ງແມັດ, ເບີ່ງຄືວ່າຍ້ອນສິ່ງນີ້ເອງ ທີ່ຜ່ານໄລຍະເວລານັບສະຕະວັດມານີ, ຖ້ຳແຫ່ງນີ້ຍັງຄົງສາມາດຮັກສາຄວາມງາມຮົກເຮື້ອຍາກທີ່ຫາໄດ້. ຖ້ຳລຸ່ງຂວຸຍມີອາຍຸນັບລ້ານປີ, ແຕ່ມັນພຽງແຕ່ຖືກມະນຸດຮູ້ຈັກເຖິງໃນຊຸມປີມໍ່ໆມານີ້.  ລຸ່ງ ຫງວຽນ ງ໋ອກ ຫາຍ ແຂດທ່ອງທ່ຽວມາຢ້ຽມຊົມຖ້ຳລຸ່ງຂວຸຍເປັນຄັ້ງທຳອິດໃຫ້ຮູ້ວ່າ:      “ເມື່ອກ່ອນນີ້, ຂ້າພະເຈົ້າໄດ້ເຄີຍໄປປະຕິບັດງານຢູ່ ກວານບະ ເປັນເວລາຫ້າປີ, ແຕ່ກໍບໍ່ຮູ້ຈັກຖ້ຳແຫ່ງນີ້. ແລະ ໃນມໍ່ໆມານີ້, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ: ຢູ່ແຫ່ງນີ້ມີຖ້ຳໜຶ່ງທີ່ສວຍງາມແບບມະຫັດສະຈັນ. ດັ່ງນັ້ນຄອບຄົວຂ້າພະເຈົ້າຈຶ່ງໄດ້ມາຢ້ຽມຊົມ, ທັດສະນະສຶກສາຢູ່ທີ່ນີ້”.       ບໍ່ເຊັ່ນດຽວກັນກັບບັນດາລະບົບຖ້ຳຢູ່ແຫ່ງອື່ນໆ, ປະລິມານຫີນນົມຜາຢູ່ຖ້ຳລຸ່ງຂວຸຍແມ່ນເຕົ້າໂຮມກັນດ້ວຍລະດັບແໜ້ນໜາ. ຄວາມງາມແບບທຳມະຊາດ ດ້ວຍບັນດາເສົາຫີນ, ນົມຜາທີ່ມີຫຼາຍຮູບຫຼາຍສີໄດ້ເຮັດໃຫ້ແຂກທ່ອງທ່ຽວທີ່ມາຢ້ຽມຊົມມີຄວາມປະຫຼາດໃຈທີ່ສຸດ. ລຸ່ງ ຟາ້ມຮຸ່ງ ແຂກທ່ອງທ່ຽວໃຫ້ຮູ້ວ່າ:
TAG
VOV/VOVworld/ຖ້ຳ/ນົມ​ຜາ