VOV WorldVOV World
ລາງວັນສຽງຫວຽດນາມເຊີດຊູບັນດາຜູ້ເຮັດວຽກງານກະຈາຍສຽງ
06/09/2017 14:34
(VOVWORLD) -ລາຍການຈຸດນັດພົບສິລະປະວັນນະຄະດີກ່ຽວກັບລາງວັນ Nobel ວັນນະຄະດີ 2016 ທີ່ມີຊື່ວ່າ “Nobel ວັນນະຄະດີ 2016 ” ຂອງນັກບັນນາທິການ ຫງວຽນຮ່າ ສັງກັດລະບົບ VOV2 ຫາກໍໄດ້ຮັບລາງວັນ B ຂອງລາງວັນ ສຽງຫວຽດນາມ
ລາງວັນສຽງຫວຽດນາມເຊີດຊູບັນດາຜູ້ເຮັດວຽກງານກະຈາຍສຽງ
ນີ້ແມ່ນຄັ້ງທຳອິດທີ່ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງ ແລະ ມອບລາງວັນດັ່ງກ່າວໃນວັນທີ 6 ກັນຍາປີ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມຄົບຮອບ 72 ປີ (7/9/1945 – 7/9/2017) .  ນັກປະພັນດົນຕີ Bob Dylan ລາຍການຈຸດນັດພົບສິລະປະວັນນະຄະດີແມ່ນວາລະສານວັນນະສິນ ຊຶ່ງໄດ້ອອກອາກາດອາທິດລະຄັ້ງໜຶ່ງ. ນີ້ແມ່ນລາຍການໃໝ່ຂອງ VOV2.  ລາຍການມຸ່ງໄປສູ່ບັນດາບັນຫາກ່ຽວກັບສິລະປະວັນນະຄະດີຊຶ່ງຫາງສຽງມີຄວາມສົນໃຈ ແລະ ໄດ້ຮັບການຜະລິດດ້ວຍວິທີທັນສະໄໝ. ໃນລາຍການຈຸດນັດພົບສິລະປະວັນນະຄະດີຍາວ 30 ນາທີ ມີຫຼາຍຄໍລຳຄື “ ໂອ້ລົມກັບນັກຂ່າວ” ທີ່ເວົ້າເຖິງບັນດາບັນຫາສົດໆຮ້ອນໆໃນຂົງເຂດສິລະປະວັນນະຄະດີ. ພ້ອມກັນນັ້ນແມ່ນຄໍລຳ “ ຮັບຟັງບົດປະພັນ ” ຊຶ່ງຈະແນະນຳກ່ຽວກັບຮູບເງົາເລື່ອງໜຶ່ງຫຼືບົດກາບກອນ, ບົດເພງບົດໜຶ່ງ ແລະ ຄໍລຳອື່ນໆອີກຈຳນວນໜຶ່ງ. ນີ້ແມ່ນລາຍການສັງລວມມີປະສີດທິຜົນທາງດ້ານການສຽງ. ລາຍການຈຸດນັດພົບສິລະປະວັນນະຄະດີເດືອນຕຸລາ - Nobel ວັນນະຄະດີ 2016 ຊຶ່ງແມ່ນລາງວັນໄດ້ເຮັດໃຫ້ຫາງສຽງມີຄວາມສົນໃຈທີ່ສຸດ. ນັ້ນແມ່ນເລື່ອງລາງວັນ Nobel ວັນນະຄະດີ 2016 ໄດ້ມອບໃຫ້ນັກປະພັນດົນຕີ Bob Dylan ຫາກບໍ່ແມ່ນນັກປະພັນວັນນະຄະດີ. ນັກບັນນາທິການ ຫງວຽນຮ່າ ໃຫ້ຮູ້ວ່າ : “ ຂ້າພະເຈົ້າເຫັນວ່າ ຫົວເລື່ອງນີ້ແມ່ນເປັນໜ້າຈັບໃຈ ແລະ ເມື່ອຜັນຂະຫຍາຍ ກໍປະສົບກັບຄວາມຫຍຸ້ງຍາກບາງຢ່າງ. ນັ້ນແມ່ນເຮົາຈະຕ້ອງເຮັດຄືແນວໃດເພື່ອໃຫ້ລາຍການທັງໝົດຍາວ 30 ນາທີຕ້ອງຕິດຕໍ່ກັນ ແລະ ລ້ວນແຕ່ເວົ້າເຖິງຫົວເລື່ອງກ່ຽວກັບລາງວັນ Nobel ວັນນະຄະດີ. ຫຼັງຈາກນັ້ນ, ດ້ວຍຄວາມຊ່ວຍເຫຼືອຈາກເພື່ອນຮ່ວມອາຊີບກໍຄືຜ່ານການຊອກຮູ້ ແລະ ໄດ້ຮັບການໜູນຊ່ວຍຈາກເພື່ອນຮ່ວມງານ, ບັນດາຄູອາຈານ, ນັກປະພັນວັນນະຄະດີ ອວງຈຽວ ສັງກັດວາລະສານວັນນະສິນກອງທັບ, ຂ້າພະເຈົ້າໄດ້ສ້າງລາຍການນີ້ສຳເລັດ” ດ້ວຍຄວາມຫວັງອາດຈະຊ່ວຍຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບເຫດການນີ້, ນອກຈາກການຮວບຮ່ວມບັນດາຄຳຄິດເຫັນຈາກສື່ມວນຊົນຕ່າງປະເທດ, ນັກບັນນາທິການ ຫງວຽນຮ່າ ໄດ້ເກັບຄຳເຫັນປະກອບຂອງບັນດານັກປະພັນວັນນະຄະດີ, ນັກກະວີ, ນັກວິຈານ, ນັກຂ່າວຢູ່ພາຍໃນປະເທດທີ່ສົນໃຈເຖິງນັກປະພັນດົນຕີ, ສິລະປີນ
TAG
VOV/VOVworld/ລາງວັນ