VOV WorldVOV World
ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ
11/07/2018 13:42
(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳແດງ, ສາລາແຈ່ມຂຶ້ນກັບ ບ້ານແຈ່ມ, ຕາແສງ ຖຸຍເຟືອງ, ເມືອງ ບັກຕື່ລຽມ, ຮ່າໂນ້ຍ ແມ່ນໜຶ່ງໃນຈຳນວນໜ້ອຍສາລາທີ່ເກົ່າແກ່ທີ່ສຸດຢູ່ຫວຽດນາມ. ສາລາແຈ່ມໄດ້ມີມາກ່ອນນີ້ນັບພັນ ປີ, ແມ່ນສາງວັດທະນະທຳ, ສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ. ສາລາແຈ່ມໄດ້ຮັບການຈັດອັນດັບເປັນປູຊະນີຍະສະຖານລະດັບຊາດເປັນພິເສດ ຈາກນາຍົກລັດຖະມົນຕີ
ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ
 ສາລາແຈ່ມ ສາລາແຈ່ມແມ່ນບູຊາພະອໍລະຫັນແຈ່ມ ໝາຍເຖິງນາຍພົນ ຫຼີອົງຈ້ອງ ຊຶ່ງເປັນນາຍພົນທີ່ມີຄວາມປີຊາສາມາດໃນສະໄໝທີ່ເຈົ້າຊີວິດຮຸ່ງອົງທີ 18, ຄາວນັ້ນແມ່ນປະເທດວັນລາງ, ໄລຍະຕໍ່ມາເພິ່ນສືບຕໍ່ເປັນນາຍພົນໃນສະໄໝເຈົ້າຊີວິດ ອານເຢືອງເວືອງ ຂອງປະເທດເອົາລາກ ໝາຍເຖິງປະເທດຫວຽດນາມໃນປັດຈຸບັນ. ພາຍຫຼັງນາຍພົນ ຫຼີອົງຈ້ອງ ໄດ້ເຖິງແກ່ມໍລະນະກຳ, ເຈົ້າຊີວິດ ອານເຢືອງເວືອງ ໄດ້ໃຫ້ຕັ້ງສາລາເພື່ອບູຊາ ແລະ ຊາວບ້ານໄດ້ເຊີດຊູເປັນພະອໍລະຫັນ      ແຈ່ມ. ນັບຕັ້ງແຕ່ເວລາກໍ່ສ້າງມາຮອດບັນຈຸບັນ, ສາລາແຈ່ມໄດ້ຮັບການບູລະນະປະຕິສັງຂອນມາເປັນຫຼາຍຄັ້ງ. ລຸງເລວັນຮ້ຽວ ຜູ້ເຝົ້າສາລາແຈ່ມໃຫ້ຮູ້ວ່າ:  “ສາລາແຈ່ມຖືກປຸກສ້າງຕາມທິດເໜືອ-ໃຕ້ໂດຍມຸ່ງໜ້າສູ່ແມ່ນ້ຳແດງ, ໃນຂະນະທີ່ບັນດາສາລາບ້ານຢູ່ຫວຽດນາມກໍ່ບໍ່ເຄີຍອອກແບບຕາມທິດເໜືອໃຕ້. ສະຖາປັດຍາກຳຂອງສາລາຖືກອອກແບບຄືພະລາດຊະວັງ, ມີຫຼັງຄາດ້ວຍຮູບໂຄ້ງ, ສ້າງເປັນລະບົບຫໍໂຮງເຊື່ອມຕໍ່ກັນຢ່າງສວຍງາມ. ປັດຈຸບັນສາລາແຫ່ງນີ້ຍັງເກັບຮັກສາຮູບແກະຄວັດສະຫລັກດ້ວຍໄມ້ເກດສະໜາ 10 ຮູບ,   ໃນນັ້ນມີສອງຮູບໃຫ່ຍທີ່ສຸດ ແມ່ນຮູບແກະຄວັດສະຫລັກນາຍພົນ ຫຼີອົງຈ້ອງ ແລະ ຮູບແກະຄວັດສະຫລັກພະແມ່ພ້ອມກັບບຸດຂອງພະອໍລະຫັນ 6 ຄົນ. ນອກຈາກນັ້ນກໍ່ຍັງມີເຄື່ອງບູຊາ, ໂຖປັກທູບທີ່ເກົ່າແກ່…” ໝູ່ບ້ານແຈ່ມຕັ້ງຢູ່ແຄມແມ່ນ້ຳແດງ, ດັ່ງນັ້ນເຄີຍປະສົບກັບໄພນ້ຳຖວ້ມ, ດິນເຊາະເຈື່ອນ. ເພາະສະນັ້ນໃນຕົ້ນສະຕະວັດທີ XIX ສາລາແຫ່ງນີ້ດ້ວຍນ້ຳໜັກນັບຮ້ອຍໂຕ່ນ ກໍ່ໄດ້ຖືກຊາວບ້ານນຳໃຊ້ເຄື່ອງອຸປະກອນແບບປະຖົມປະຖານເພື່ອຍົກຂຶ້ນສູງຕື່ມອີກ 2,4 ແມັດ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ນາຍພົນ ຫຼີອົງຈ້ອງນັ້ນ, ແຕ່ລະປີຮອດວັນເພັງເດືອນ 5 ໄລ່ຕາມຈັນທະປະຕິທິນ, ປະຊາຊົນໃນສາມບ້ານເຊັ່ນ: ບ້ານແຈ່ມ, ບ້ານ  ຮວ່າງ, ບ້ານໝາກ ກໍ່ພ້ອມກັນຈັດຕັ້ງພິທີງານບຸນສາລາແຈ່ມ. ພໍ່ຕູ້ເລວັນແຟັກ ຜູ້ອາຍຸສູງໃນບ້ານແຈ່ມໃຫ້ຮູ້ວ່າ:
TAG
VOV/VOVworld/ສາ​ລາ