VOV WorldVOV World
ບົດສຳພາດທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ກ່ອນການເດີນທາງມາຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
26/06/2021 07:48
(VOVWORLD) -ການຢ້ຽມຢາມຄັ້ງນີ້ ໄດ້ເປັນການຢັ້ງຢືນນ້ຳໃຈສາມັກຄີ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ພັກ, ລັດ ແລະ ປະຊາຊົນ ລາວ.
ບົດສຳພາດທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ກ່ອນການເດີນທາງມາຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ຈະໄປຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ ໄດ້ເປັນການຢັ້ງຢືນນ້ຳໃຈສາມັກຄີ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ພັກ, ລັດ ແລະ ປະຊາຊົນ ລາວ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ສຳພາດທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ກ່ອນການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ຕໍ່ໄປນີ້ແມ່ນເນື້ອໃນຂອງການສຳພາດ.
TAG
VOV/VOVworld/ສັດຊື່ບໍລິສຸດຜຸດຜ່ອງ/ໂປງໄສ/ສະໜິດແໜ້ນ/ທ່ານ ແສງເພັດ ຮຸ່ງບຸນຍວງ