ຫວຽດນາມ ແລະ ລາວ ຍາມໃດກໍຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍໃນເວທີສາກົນ ແລະ ພາກພື້ນ
21/08/2022 14:00
(VOVWORLD) -ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ລາວ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ. ເພາະວ່າ ການພົວພັນຫຼາຍຝ່າຍ ແມ່ນມີຄວາມສຳຄັນຫຼາຍໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດ ຍາມໃດກໍຮຽງບ່າຮຽງໄຫຼ່, ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ; ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.

ປີ 1995, ຫວຽດນາມ ກາຍເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ຫຼັງຈາກນັ້ນ 2 ປີ, ລາວ ກໍເປັນສະມາຊິກຂອງອົງການນີ້ຢ່າງເປັນທາງການເຊັ່ນດຽວກັນ (ປີ 1997). ເຖິງວ່າ ຫວຽດນາມ ແລະ ລາວ ເຂົ້າເປັນສະມາຊິກ ອາຊຽນ ຕາມຫຼັງກໍຕາມ ແຕ່ສອງປະເທດໄດ້ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການພັດທະນາລວມຂອງພາກພື້ນ ກໍຄືການສ້າງປະຊາຄົມອາຊຽນແຫ່ງ ສັນຕິພາບ, ວັດທະນາຖາວອນ. ເມື່ອແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 55 ປີ (ວັນທີ 8 ສິງຫາ 1967 – 08 ສິງຫາ 2022, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ພາຍໃຕ້ຊາຍຄາລວມ ອາຊຽນ, ຫວຽດນາມ ແລະ ລາວ ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ໄດ້ມີສຽງເວົ້າລວມ, ຮ່ວມມືກັນສ້າງສັນຕິພາບ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຍົກສູງທີ່ຕັ້ງບົດບາດຂອງພາກພື້ນ ບົນເວທີສາກົນ.
TAG
VOV/VOVworld/ພົວພັນສອງຝ່າຍ/ຫຼາຍຝ່າຍ/ເວທີປາໄສ/ພາກພື້ນ/ສາກົນ/ສະໜັບສະໜູນ
Related








