VOV WorldVOV World
ການພົວພັນແບບພິເສດ ຫວຽດນາມ -ລາວ: 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
04/09/2022 10:00
(VOVWORLD) -ກ່ອນນີ້ 60 ປີ ພາຍຫລັງສັນຍາ ເຊີແນວ (ປີ 1962) ກ່ຽວກັບລາວໄດ້ຮັບການລົງນາມ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ເມື່ອວັນທີ 5 ກັນຍາປີ 1962. ນີ້ແມ່ນເຫດການສຳຄັນຍິ່ງ, ເປີດໄລຍະແຫ່ງການພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ຢັ້ງຢືນການສະຫນິດຕິດພັນຊາຕະກຳຂອງສອງຊາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ.
ການພົວພັນແບບພິເສດ ຫວຽດນາມ -ລາວ: 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ  ພັດທະນາ.
    ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ,  ຮ່ວມສາຍພູຫລວງ ຮ່ວມແມ່ຂອງ, ປະຊາຊົນສອງປະເທດ ມີຈຸດຄ້າຍຄືກັນດ້ານວັດທະນະທຳ,  ມີການພົວພັນສະຫນິດແຫນ້ນມາແຕ່ດົນນານ, ມີຄວາມຮັກແພງກັນ, ສາມັກຄີມິດຕະພາບ ,  ສອງປະເທດ ຫວຽດນາມ ແລະລາວ ໄດ້ພ້ອມກັນສ້າງສາຍພົວພັນ ບໍລິສຸດຜຸດຜ່ອງທີ່ເປັນມູນເຊື້ອອັນດີງາມ, ຫາຍາກ ແລະນັບມື້ນັບໄດ້ຮັບການເປີດກວ້າງ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.
TAG
VOV/VOVworld/ບໍ​ລິ​ສຸດ​ຜຸດ​ຜ່ອງ/ຕໍ່​ສູ້​ກູ້​ຊາດ