VOV WorldVOV World
ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ທິ​ດ​ກ້າວ​ເດີນ​ໃຫມ່​ຂອງ​ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ
29/01/2021 09:07
(VOVWORLD) - ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ຜ່ານມາ, ລັດຖະບານລາວໄດ້ກຳນົດການສ້າງພື້ນຖານເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ ແມ່ນຫນຶ່ງ ໃນ 6 ຄາດໝາຍສຳຄັນໃນແຜນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໄລຍະ 2021 – 2025.
ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ທິ​ດ​ກ້າວ​ເດີນ​ໃຫມ່​ຂອງ​ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ
ເພື່ອແນໃສ່ສ້າງບາດກ້າວຫັນປ່ຽນຢ່າງແຮງ, ທິດກ້າວເດີນໃຫມ່ໃຫ້ແກ່ປະເທດຊາດພັດທະນາໃນໄລຍະຕໍ່ໄປ, ລາວ ຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ດຶງດູດການລົງທຶນ ເພື່ອຮັບປະກັບການພັດທະນາແບບຍືນຍົງ. ທ່ານ  ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ ເພື່ອສ້າງພື້ນຖານເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ມີຄຸນນະພາບ ແລະ ຍືນຍົງ ໃນໄລຍະ 5 ປີຈະມາເຖິງ, ລັດຖະບານ ລາວ ໄດ້ກຳນົດ 5 ຫນ້າວຽກຈຸດສຸມ ຕ້ອງສຸມໃສ່ຈັດຕັ້ງການປະຕິບັດ, ລວມມີ ຍູ້ແຮງການພັດທະນາເສດຖະກິດແຫ່ງຊາດ, ຍົກສູງປະສິດທິຜົນການລົງທຶນ, ຮັບປະກັນການເຕີບໂຕເສດຖະກິດມີຄຸນນະພາບ ແລະຍືນຍົງ, ສ້າງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີກຳລັງແກ້ງແຍ່ງກັບພາກພື້ນ ແລະ ໂລກ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາລັດວິສາຫະກິດ ແລະ ພາກເອກະຊົນ.
TAG
VOV/VOVworld/ພື້ນ​ຖານ​ເສດ​ຖະ​ກິດ/ທິ​ດ​ກ້າວ​ເດີນ​/ລາວ