ສືບຕໍ່ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ
07/08/2021 17:35
(VOVWORLD) -ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ, ໃນລະຫວ່າງວັນທີ 9 ຫາວັນທີ 10 ສິງຫາ ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຈະເດີນທາງຢ້ຽມຢາມສັນຖະວະໄມຕີ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ. ລາວ ກໍແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມຕ່າງປະເທດຂອງທ່ານ ຫງວຽນຊວັນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ. ຕໍ່ໜ້າເຫດການທີ່ມີຄວາມໝາຍຄວາມສຳຄັນນີ້, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກໍມີຄວາມເປັນກຽດຢ່າງຍິ່ງ ທີ່ໄດ້ສຳພາດທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ.

ທ່ານ ເອກ ອັກ ຄະ ລັດ ຖະ ທູດ ຜູ ້ ມີ ອຳ ນາດ ເຕັມ ແຫ່ງ ສ ປ ປ . ລາວ ປະ ຈຳ ຫວຽດ ນ າມ ແສງ ເພັດ ຮຸ່ງ ບຸນຍວງ
TAG
VOV/VOVworld/ປະທານປະເທດ ຫງວຽນຊວັນຟຸກ/ຢ້ຽມຢາມສັນຖະວະໄມຕີ/ລາວ
Related








