VOV WorldVOV World
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
10/07/2022 16:00
(VOVWORLD) -ໃນຊຸມປີຜ່ານມາ, ມີວິສາຫະກິດ, ໂຮງຈັກໂຮງງານຫຼາຍແຫ່ງຂອງ ຫວຽດນາມ ໄດ້ໄປລົງທຶນ ຮັບໃຊ້ການດຳລົງຊີວິດຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກຂອງລາວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຊ່ວຍປະຊາຊົນລາວ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປົວແປງຊີວິດການເປັນຢູ່, ຮັບປະກັນສະຫວັດດີການສັງຄົມ. ບົດຂຽນຂອງນັກຂ່າວ VOV ປະຈຳ ລາວ.
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ບ້ານ ອອມ ຂຶ້ນກັບເມືອງ ອະນຸວົງ, ຫ່າງຈາກໃຈກາງແຂວງ ໄຊສົມບູນ ປະມານ 50 ກິໂລແມັດ, ເສັ້ນທາງຄົມມະນາຄົມໄປ - ມາ ຍັງປະສົບກັບຄວາມຫຍຸ້ງຍາກ, ພື້ນຖານໂຄງລ່າງຍັງຈຳກັດ, ປະຊາຊົນຢູ່ທີ່ນີ້ສ່ວນຫຼາຍແມ່ນດຳເນີນຊີວິດໂດຍອີງຕາມທຳມະຊາດ. ພື້ນຖານກະສິກຳຍັງບໍ່ທັນພັດທະນາຢ່າງແທ້ຈິງ, ຜະລິດຕະພັນທີ່ຜະລິດອອກ ພຽງແຕ່ໄດ້ຕອບສະໜອງຕາມຄວາມຕ້ອງການແລກປ່ຽນສິນຄ້າຢູ່ໃນບ້ານເທົ່ານັ້ນ. ປີ 2021, ບໍລິສັດໃຫຍ່ Coecco  ຂອງ ຫວຽດນາມ ໄດ້ລົງທຶນກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນກະເສດ, ຢາສະໝູນໄພ ໄຊສົມບູນ ຢູ່ບ້ານ ອອມ ເພື່ອຊ່ວຍພໍ່ແມ່ປະຊາຊົນປ່ຽນແປງໃໝ່ວິທີປູກຝັງ ແລະ ພັດທະນາກະສິກຳ. ມາຮອດປັດຈຸບັນ, ໂຮງງານແຫ່ງນີ້ໄດ້ຮັບຈຳໜ່າຍວັດຖຸດິບທັງໝົດຈາກມັນສາຄູຂອງປະຊາຊົນທ້ອງຖິ່ນ, ສ້າງວຽກເຮັດງານທຳ, ລາຍຮັບທີ່ໝັ້ນຄົງໃຫ້ແກ່ເກືອບ 500 ຄອບຄົວ, ແຕ່ລະເຮັກຕາທີ່ປູກມັນສາຄູ ບັນລຸສະມັດຕະພາບແຕ່ 40 ຫາ 50 ໂຕນ, ສ້າງລາຍຮັບປະມານ 2.500 – 3.000 USD.
TAG
VOV/VOVworld/ບໍລິສັດໃຫຍ່ Coecco/ຊັບພະຍາກອນມະນຸດ