ຮ່າໂນ້ຍ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ
08/03/2026 11:58
(VOVWORLD) - ໃນຊຸມວັນຕົ້ນເດືອນ ມີນາ, ຢູ່ທົ່ວທຸກແຫ່ງຫົນຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍສີແດງຂອງທຸງຊາດ, ປ້າຍຄຳຂວັນ ແລະ ປ້າຍໂຄສະນາ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ ວັນທີ 15 ມີນາ 2026. ຈາກບັນດາເສັ້ນທາງຢູ່ເຂດໃຈກາງຕະຫຼອດຮອດແຕ່ລະເຂດຊຸມຊົນ, ວຽກງານການກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ສ້າງບັນຍາກາດທີ່ເຄັ່ງຂຶມ ແຕ່ກໍເຕັມໄປດ້ວຍຄວາມພາກພູມໃຈ.

ປາໂນຂະໜາດໃຫຍ່ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031 ໄດ້ຕັ້ງຢູ່ໃກ້ບໍລິເວນສະໜາມຫຼວງ ບາດິ່ງ. ການປະດັບປະດາດອກໄມ້ທຸງຊາດ, ຄຳຂວັນ ບໍ່ພຽງແຕ່ປະກອບສ່ວນສ້າງຄວາມງາມໃຫ້ແກ່ຕົວເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ ແລະ ສະຕິຄວາມທາງດ້ານການເມືອງຂອງປະຊາຊົນນະຄອນຫຼວງ ຕໍ່ວັນບຸນໃຫຍ່ຂອງປະເທດຊາດອີກດ້ວຍ. ທຸງຊາດໄດ້ແຂວນຢູ່ລຽບຕາມຖະໜົນສາຍຕ່າງໆຢູ່ເຂດໃຈກາງ…. ….. ຕະຫຼອດຮອດທາງຮ່ອມທາງຊອຍ, ອັນໄດ້ສ້າງບັນຍາກາດທີ່ເຄັ່ງຂຶມ, ເຕັມໄປດ້ວຍສີສັນປະກາຍແຈ້ງຂອງນະຄອນຫຼວງ. ເຂດອ້ອມໜອງ ຮວ່ານກຽມ ພົ້ນເດັ່ນຂຶ້ນດ້ວຍບັນດາປ້າຍໂຄສະນາຂະໜາດໃຫຍ່ ແລະ ໜ້າຈໍ led ມຸ່ງໄປເຖິງວັນບຸນໃຫຍ່ຂອງທົ່ວປວງຊົນ. ໜ້າຈໍ led ຂະໜາດໃຫຍ່ຢູ່ບັນດາຖະໜົນຈຸດສຸມຂອງ ຮ່າໂນ້ຍ ໄດ້ກະຈາຍຂ່າວໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031. ບັນດາຄຳຂວັນຊົມເຊີຍວັນເລືອກຕັ້ງໄດ້ແຂວນຢູ່ຫຼາຍຈຸດຄົບຄົມມະນາຄົມໃຫຍ່ໃນບໍລິເວນ ຮ່າໂນ້ຍ, ປະກອບສ່ວນເຜີຍແຜ່ຂໍ້ມູນຂ່າວໂຄສະນາ, ນຳວັນບຸນຂອງທົ່ວປວງຊົນຫຍັບເຂົ້າມາໃກ້ກັບການດຳລົງຊີວິດຂອງປະຊາຊົນນະຄອນຫຼວງ. ປະຊາຊົນພາຍໃນປະເທດ ກໍຄືແຂກທ່ອງທ່ຽວສາກົນມີຄວາມປິຕິຊົມຊື່ນຖ່າຍຮູບກັບປ້າຍໂຄສະນາກ່ຽວກັບວັນເລືອກຕັ້ງຢູ່ຖະໜົນ ບ່າຈ້ຽວ, ຕາແສງ ເກືອນາມ. ຢູ່ຫຼາຍເຂດຊຸມຊົນ, ຄຸ້ມຖະໜົນໄດ້ສຳເລັດການກະກຽມສະຖານທີ່ປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ຍູ້ແຮງການໂຄສະນາເພື່ອໃຫ້ປະຊາຊົນກຳໄດ້ສິດ ແລະ ພັນທະຂອງຕົນຢ່າງຈະແຈ້ງ. ປະຊາຊົນຕິດຕາມ, ຊອກຮູ້ຂໍ້ມູນຢູ່ກະດານຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031 ໃນບໍລິເວນນະຄອນ ຮ່າໂນ້ຍ. ເຂດຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ຈຸດປ່ອນບັດຈຳນວນໜຶ່ງໃນບໍລິເວນ ຮ່າໂນ້ຍ. ວັນອາທິດ, ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031. ຜູ້ມີສິດເລືອກຕັ້ງ ຮ່າໂນ້ຍ ກໍຈະພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດປະຕິບັດສິດ ແລະ ພັນທະພົນລະເມືອງ, ເລືອກເອົາບັນດາຜູ້ແທນທີ່ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນສະໄໝໃໝ່.
TAG
VOV/VOVworld/ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031
Related








