ບັນຍາກາດຮຸ່ງເຮືອງເຫຼືອງເຫຼື້ອມຢູ່ທົ່ວທຸກພາກປະເທດ ຫວຽດນາມ ໃນຊຸມວັນບຸນຂອງປະເທດຊາດ
12/03/2026 09:52
(VOVWORLD) - ໃນຊຸມມື້ນີ້, ລຽບຕາມລວງຍາວຂອງປະເທດ ຫວຽດນາມ, ຈາກບັນດາເສັ້ນທາງອຶກກະທຶກຄຶກໂຄມຂອງນະຄອນຫຼວງ ຕະຫຼອດຮອດເຂດພູສູງ ຫຼື ເຂດໝູ່ເກາະ ເຈື່ອງຊາ, ຢູ່ແຫ່ງໃດກໍ່ພົບເຫັນສີສັນຫຼາກຫຼາຍລະດົມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ. ນັ້ນບໍ່ພຽງແຕ່ແມ່ນການກະກຽມໃຫ້ແກ່ເຫດການການເມືອງສຳຄັນຍິ່ງເທົ່ານັ້ນ, ຫາກຍັງແມ່ນຈັງຫວະທີ່ອຶກກະທຶກຄຶກໂຄມຂອງ “ວັນບຸນທົ່ວປວງຊົນ” ທີ່ພວມຫຍັບໃກ້ເຂົ້າມາແລ້ວອີກດ້ວຍ.

ຖະໜົນຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍແຜ່ນປ້າຍໃຫຍ່ ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ວຽກງານໂຄສະນາໄດ້ແຜ່ກະຈາຍຢ່າງເລິກເຊິ່ງ, ກວ້າງຂວາງຢູ່ຕາມທຸກຖະໜົນຫົນທາງຂອງນະຄອນຫຼວງ, ນຳຈິດໃຈເລືອກຕັ້ງເຊື່ອມຊຶມເຂົ້າການດຳເນີນຊີວິດທີ່ຟົດຟື້ນຂອງ ຮ່າໂນ້ຍ. ຜູ້ມີສິດເລືອກຕັ້ງຢູ່ບັນດາເຂດພູດອຍ, ໝູ່ເກາະຂອງແຂວງ ກວາງນິງ ພວມດຳລົງຊີວິດໃນຊຸມວັນທີ່ເຕັມໄປດ້ວຍບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງ. ເຮືອນວັດທະນະທຳ ນ່າລ່າງ, ຕາແສງ ບິ່ງລຽວ ໄດ້ຮັບການປະດັບປະດາ ແລະ ຕິດປະກາດຂໍ້ມູນຢ່າງຄົບຖ້ວນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງກຳໄດ້. ຢູ່ຫຼາຍທ້ອງຖິ່ນຂອງແຂວງ ລາວກາຍ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງລອບຄອບທີ່ຖ້ວນ, ຖືເປັນສຳຄັນການສ້າງເງື່ອນໄຂສະດວກເພື່ອໃຫ້ຜູ້ມີສິດເລືອກຕັ້ງປະຕິບັດສິດ ແລະພັນທະພົນລະເມືອງຂອງຕົນ. ເຖິງວ່າ, ແຕ່ລະທ້ອງຖິ່ນມີສີສັນວັດທະນະທຳສະເພາະ ແຕ່ກໍ່ລ້ວນແລ້ວແຕ່ໄດ້ເຈືອຈານເຂົ້າກັບຈັງຫວະດຽວກັນ, ກຽມພ້ອມໃຫ້ຈຸດເວລາປະຕິບັດສິດ ແລະ ພັນທະທີ່ສັກກະລະບູຊາຂອງພົນລະເມືອງ. ເຂດປ່ອນບັດຕາແສງ ນາມດົງ, ນະຄອນ ເຫ້ວ ໄດ້ປະຕິບັດສຳເລັດວຽກງານຈັດຕັ້ງການເລືອກຕັ້ງ. ບັນດາປ້າຍໂຄສະນາກ່ຽວກັບການເລືອກຕັ້ງໄດ້ຮັບການປະດັບປະດາຢູ່ລຽບຕາມເສັ້ນທາງ ໂຮ່ຈີມິນ ຜ່ານຕາແສງ ອາ ເລືອຍ 1, ນະຄອນ ເຫ້ວ. ບັນຍາກາດກະກຽມໃຫ້ແກ່ການເລືອກຕັ້ງຢູ່ນະຄອນ ດ່ານັ້ງ. ຢູ່ບັນດາໝູ່ບ້ານຊາວປະມົງເຂດແຄມທະເລ ດ່ານັ້ງ, ມີຊາວປະມົງຫຼາຍຄົນໄດ້ເປັນເຈົ້າການຊັບຊ້ອນການອອກນອກຊາຍຝັ່ງທະເລ ເພື່ອກັບເມືອເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ດ້ວຍບັນດາຮູບແບບໂຄສະນາທີ່ເປັນຫຼາຍຮູບຫຼາຍແບບ, ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມສຸມໃສ່ໃຫ້ແກ່ວຽກງານກະກຽມການເລືອກຕັ້ງເປັນຢ່າງສູງ. ບັນຍາກາດກະກຽມໃຫ້ແກ່ການເລືອກຕັ້ງຢູ່ແຂວງ ກ່າເມົາ. ບັນຍາກາດກະກຽມໃຫ້ແກ່ການເລືອກຕັ້ງຢູ່ນະຄອນ ເກິນເທີ. ເສັ້ນທາງສາຍຕ່າງໆຂອງນະຄອນ ໂຮ່ຈີມິນ ໄດ້ຮັບການປະດັບປະດາຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ, ສ້າງເປັນບັນຍາກາດອັນພາກພູມໃຈມຸ່ງໄປເຖິງວັນບຸນໃຫຍ່ຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
Related








