ຮັບຊົມ “ລະດູເຂົ້າສຸກເຫຼືອງ” ຢູ່ທົ່ວທຸກແຫ່ງຫົນຂອງ ຫວຽດນາມ
27/10/2022 17:00
(VOVWORLD) -ແຕ່ລະເທື່ອ, ເມື່ອລະດູໃບໄມ້ຫຼົ່ນວຽນມາ, ຢູ່ດິນແດນເຂດຕ່າງໆຂອງ ຫວຽດນາມ ໄດ້ປະດັບປະດາຮຸ່ງເຮືອງໄປດ້ວຍສີເຫຼືອງຂອງລະດູເຂົ້າສຸກເຫຼືອງ.

ບັນດານາຂັ້ນໄດທີ່ເຂົ້າພວມສຸກເຫຼືອງຢູ່ ຮ່ວາງຊູຟີ (ແຂວງ ຮ່າຢາງ) ເປັນສັນຍານກ່າວເຕືອນວ່າ “ລະດູເຂົ້າສຸກເຫຼືອງ” ໄດ້ຮັບຜົນດີ. ນີ້ກໍ່ແມ່ນຈຸດເວລາສວຍງາມທີ່ສຸດເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຊົມນາຂັ້ນໄດໃນຍາມລະດູເຂົ້າສຸກເຫຼືອງ. ຮ່ວາງຊູຟີ ມີນາຂັ້ນໄດກວ່າ 3.700 ເຮັກຕາຢູ່ທົ່ວທຸກຕາແສງ, ເທດສະບານ. ນາຂັ້ນໄດແຕ່ລະໄຮ່ ແມ່ນເລີ່ມແຕ່ຕີນນ້ຳຫ້ວຍຈົນຂຶ້ນໄປຮອດຈອມພູ, ສ້າງເປັນພາບພົດທຳມະຊາດທີ່ສວຍງາມມະຫັດສະຈັນ.
Related
More








