ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ປະເທດລາວ - ແຫ່ງເກັບຮັກສາຂີດໝາຍກ່ຽວກັບນ້ຳໃຈສາມັກຄີຫວຽດນາມ - ລາວ
06/01/2020 04:03
(VOVWORLD) - ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ແຂວງ ຄຳມ່ວນ, ປະເທດສປປລາວ, ໄດ້ຮັບການກໍ່ສ້າງຢູ່ແຄມຝັ່ງແມ່ນ້ຳຂອງ. ຢູ່ແຫ່ງນີ້ໄດ້ເກັບຮັກສາບັນດາພາບຖ່າຍ, ວັດຖຸພັນໃນວິວັດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ໄວ້, ຢູ່ເຂດດິນແດນ ຊຽງວາງ ນີ້.
ຕາມບັນດານັກຄົ້ນຄວ້າແລ້ວ, ປະມານເດືອນ 07 ປີ 1928, ທ່ານປະທານໂຮ່ຈິມິນ ໄດ້ໄປບາງຮາກຖານຢູ່ປະເທດໄທ ຢ່າງປິດລັບ ເພື່ອໂຄສະນາ, ອົບຮົມ ແລະ ສ້າງກຳລັງປະຕິວັດ. ໃນໄລຍະອາເຄື່ອນໄຫວຢູ່ໄທ ເປັນເວລາ 16 ເດືອນ, ລຸ່ງໂຮ່ ໄດ້ຂີ່ເຮືອຂ້າມແມ່ນ້ຳຂອງ ໄປແຂວງຄຳມ່ວນ, ປະເທດລາວ. ໄປຮອດບ້ານ ຊຽງວາງ, ເພິ່ນ ໄດ້ພົບປະກັບພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຫ່ງນີ້. ໂອ້ລົມກັບພໍ່ແມ່ພີ່ນ້ອງ, ລຸ່ງໄດ້ບອກສອນຊາວລາວ ແລະ ຫວຽດນາມ ຈົ່ງສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະ ກັນ, ຮ່ວມແຮງຮ່ວມໃຈກັນຕີພວກລ່າເມືອງຂຶ້ນຝລັ່ງ ໃຫ້ອອກໄປຈາກແຜ່ນດິນລາວ ແລະ ຫວຽດນາມ, ປົດປ່ອຍ 2 ປະເທດໃຫ້ຫຼຸດພົ້ນອອກຈາກແອກຂ້າຂາດ.
Related








