VOV WorldVOV World
ເອືອບຊາດອກບົວໜອງໂຮ່ໄຕ - ສິ່ງທີ່ຍອດຍິ່ງຂອງຊາວຮ່າໂນ້ຍ
07/07/2019 05:53
(VOVWORLD) -ການເອືອບຊາດອກບົວແມ່ນສິລະປະທີ່ລະອຽດທີ່ສຸດເຊິ່ງໃນນັ້ນບໍ່ພຽງແຕ່ແມ່ນບົດຮຽນແລະ ເຕັກນິດພິເສດເທົ່ານັ້ນ, ຫາກຍັງຊ້ອນແຝງທັງທາງດ້ານຈິດວິນຍານຂອງຜູ້ເອືອບຊາອີກດ້ວຍ.
ເອືອບຊາດອກບົວໜອງໂຮ່ໄຕ - ສິ່ງທີ່ຍອດຍິ່ງຂອງຊາວຮ່າໂນ້ຍ
ການເອືອບຊາດອກບົ່ວແມ່ນສິ່ງທີ່ຍອດຍິ່ງຢູ່ດິນແດນຮ່າໂນ້ຍທີ່ມີພື້ນຖານອະລິຍະທຳນັບພັນປີ. ການປະສານລະຫວ່າງລົດຫອມຂອງຊາພ້ອມກັບລົດຫອມຂອງດອກບົວ ໜອງໂຮ່ໄຕ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ດື່ມຊາ ແລະ ໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງ ຊາວຮ່າໂນ້ຍ.    ການເອືອບຊາແມ່ນສິລະປະທີ່ຍອດຍິ່ງ. ເພື່ອຈະໄດ້ດື່ມນ້ຳຊາທີ່ຫອມກໍ່ຕ້ອງການປະຕິບັດການເອືອບຜ່ານຫຼາຍຂັ້ນຕອນ. ນັບແຕ່ຮຸ່ງເຊົ້າພວກຂ້າພະເຈົ້າກໍ່ໄດ້ເລີ່ມການເດີນທາງ. ບັນດາດອກບົວທີ່ໄດ້ເດັດແຕ່ເຊົ້າຊຶ່ງແມ່ນຈຸດເວລາທີ່ດອກບົວຫອມຫວນທີ່ສຸດ. ດອກບົວສັບພະກີບຊຶ່ງແມ່ນດອກບົວຊະນິດໜຶ່ງໃຊ້ເພື່ອເອືອບຊາ ຜູ້ເດັດດອກບົວກໍ່ຕ້ອງພາຍເຮືອແຕ່ເຊົ້າ. ຜູ້ເດັດດອກບົວຄວນມີຄວາມຄ່ອງແຄ້ວເພື່ອເລືອກເອົາດອກບົວຖືກຊະນິດ. ເມື່ອດວງຕາເວັນເລີ່ມສ່ອງແສງແດດລົງມາກໍ່ຮອດເວລາທີ່ເຮືອເຕັມດອກບົວ. ແຕ່ລະວັນໃນເດືອນ 6 ແລະ ເດືອນ 7 ຜູ້ໄປເດັດດອກບົວຈະຕ້ອງເດັດດອກບົວໃຫ້ເຕັມເຮືອເຊັ່ນນີ້.   ດອກບົວທີ່ໄດ້ເດັດມາຈະຖືກແຍກກີບອອກເພື່ອເອົາເກສອນ.  ເມື່ອເອົາເກສອນກໍ່ຕ້ອງມີຄວາມຄ່ອງແຄ້ວເຮັດມືເບົາໆເພື່ອໃຫ້ເກສອນບໍ່ຖືກຊ້ຳ.  ແຕ່ກໍ່ຕ້ອງເຮັດໄວໃນຫ້ອງເພື່ອໃຫ້ລົດຫອມຂອງດອກບົກບໍ່ຖືກລະເຫີຍໝົດ ສ່ວນທີ່ຕ້ອງການເອົາແມ່ນເມັດຂາວຂອງດອກບົວ (ເມັດຂາວມີຮູບເມັດເຂົ້າສານ)  ເພື່ອແຍກເອົາເມັດຂາວດອກບົວ, ຜູ້ເອືອບຊາກໍ່ຕ້ອງມີຫຼາຍຂັ້ນຕອນ  ເພື່ອຈະເອົາເມັດຂາວຂອງດອກບົວໄດ້, ກໍ່ຕ້ອງມີຄວາມຄ່ອງແຄ້ວຂອງຜູ້ເຮັດ ເມັດຂາວດອກບົວມີຮູບຄືເມັດເຂົ້າສານສີຂາວໆ. ເພື່ອມີປະລິມານເມັດຂາວດອກບົນເຊັນນີ້ກໍ່ຕ້ອງມີດອກບົວນັບຮ້ອຍດອກ. ເພື່ອມີປະລິມານເມັດຂາວດອກບົນເຊັນນີ້ກໍ່ຕ້ອງມີດອກບົວນັບຮ້ອຍດອກ.  ສ່ວນທີ່ຍັງເຫຼືອໄປຕາກແດດເພື່ອເຮັດເປັນຢາພື້ນເມືອງ.  ຊາ 1 kg ຈະຕ້ອງເອືອບປະມານ 5 – 7 ເທື່ອ  ພາຍຫຼັງເອືອບຊາ ເປັນເວລາ 3 ມື້ ກໍ່ຈະນຳໄປອົບແຫ້ງ,ແລ້ວກໍ່ປ່ຽນເມັດຂາວດອກບົວເພື່ອ ເອືອບຕໍ່.  ສິ່ງທີ່ຍອດຍິ່ງທີ່ສຸດຂອງຊາດອກບົວກໍ່ແມ່ນສິລະປະການດື່ມນ້ຳຊາ  ສຳລັບຊາວຮ່າໂນ້ຍການດື່ມນ້ຳຊາກໍ່ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວນະຄອນຫຼວງ. 
TAG
VOV/VOVworld/ເອືອບຊາດອກບົວ/ໜອງໂຮ່ໄຕ/ຊາວຮ່າໂນ້ຍ

More