ຄວາມເປັນເອກະລັກຂອງວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ 2
08/10/2022 16:12
(VOVWORLD) -ຕອນຄ່ຳວັນທີ 6 ຕຸລາ ຢູ່ນະຄອນທ໊າຍງວຽນໄດ້ຈັດພິທີໄຂ ວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ 2.

ຕອນຄ່ຳວັນທີ 6 ຕຸລາ ຢູ່ສະໜາມຫຼວງ ຫວໍງວຽນຢາບຢູ່ນະຄອນທ໊າຍງວຽນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບ ກັບຄະນະກຳມະການປະຊາຊົນແຂວງທ້າຍງວຽນຈັດພິທີໄຂວັນບຸນວັດທະນະທຳເຜົ່າຢ້າວ ທົ່ວປະເທດຄັ້ງທີ 2 ປີ 2022 ດ້ວຍຫົວຂໍ້ “ອະນຸລັກ ເສີມຂະຫຍາຍສີສັນວັນທະນະທຳເຜົ່າຢ້າວ ຄວາມສະເໝີພາບ ສາມັກຄີ ເຊື່ອມໂຍງ ແລະ ພັດທະນາ”. ພິທີໄຂວັນບຸນວັດທະນະທຳຄັ້ງທີ ມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ, ນັກກິລາ ມະຫາຊົນເຜົ່າຢ້າວ ຫຼາຍກ່ວາ 1000 ຄົນທີ່ມາຈາກ 14 ແຂວງ. (ພາບ: sggp.org.vn) ເຂົ້າຮ່ວມລາຍການມີທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ພ້ອມກັບຜູ້ຕາງໜ້າການນຳບັນດາ ກະຊວງ, ຂະແໜງການ, ຄະນະຂັ້ນສູນກາງແລະແຂວງຕ່າງໆເຂົ້າຮ່ວມ. (ພາບ: baodantoc.vn) ກ່າວຄຳເຫັນທີ່ພິທີໄຂ ທ່ານເລຂາສູນກາງພັກປະທານຄະນະກຳມະການສຸນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ຢັ້ງຢືນວ່າ: “ວັດທະນະທຳບັນດາເຜົ່າສ່ວນໜ້ອຍ ແມ່ນຊັບສົມບັດອັນລ້ຳຄ່າ ປະກອບສ່ວນສ້າງຄວາມອຸດົມສົມບູນຫຼາຍຮູບຫຼາຍສີ ແລະ ເປັນເອກະພາບກັນຂອງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ”(ພາບ: baodantoc.vn) ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງທ໊າຍງວຽນ ແລະ ແຂກທ່ອງທ່ຽວໄດ້ມີໜ້າຢ່າງຫຼວງຫຼາຍຢູ່ສະໜາມຫຼວງຫວໍງວຽນຢາບ ເພື່ອຮັບຊົມລາຍການສະແດງສິລະປະໃນພິທີໄຂວັນບຸນ. ພາບ: thainguyen.vn ໃນພິທີໄຂ, ບັນດາລາຍການສິລະປະວັນນະຄະດີໄດ້ຖືກຈັດສ້າງ ຢ່າງລະອຽດ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທັງຫຼາຍ.ພາບ: thainguyentv.vn ເປີດສ້າງແມ່ນລາຍການສິລະປະທີ່ແກ່ຍາວ 15 ນາທີ. (ພາບ: baodantoc.vn) ລາຍການສະແດງສິລະປະດ້ວຍຫົວຂໍ້ “ຄວາມໃຝ່ຝັນດວງຕາເວັນ”ຖືກຈັດຂຶ້ນຢ່າງໃຫຍ່ໂຕໂອຖົງ. (ພາບ: baodantoc.vn) ບັນດາການດຳເນີນຊີວິດວັດທະນະທຳ, ງານບຸນ, ການເຫຼື້ອມໄສຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ໄດ້ຖືກວາດພາບໃນພິທີໄຂ. (ພາບ: sggp.org.vn) ລາຍການວາດພາບເຖິງພິທີ ມິງຕ໊າຍເຊິ່ງແມ່ນພິທີປະດັບຍົດ. (ພາບ: daitu.thainguyen.gov.vn) ວັນບຸນຈະຖືກດຳເນີນແຕ່ວັນທີ 6 – 8 ຕຸລາ. ນອກຈາກບັນດາລາຍການສະແດງສິລະປະວັນນະຄະດີ, ບັນດາການເຄື່ອນໄຫວກິລາ, ການສະແດງຊຸດອາພອນປະຈຳເຜົ່າ, ແນະນຳອາຫານການກິນຂອງເຜົ່າຢ້າວ ກໍ່ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ (ພາບ: baothainguyen.vn) (ພາບ: baothainguyen.vn) ພາບ: thainguyentv.vn ພາບ: sggp.org.vn ພາບ: daitu.thainguyen.gov.vn ພາບ: thainguyentv.vn ພາບ: baothainguyen.vn
TAG
VOV/VOVworld/
Related
More








