VOV WorldVOV World
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ
07/05/2022 09:38
(VOVWORLD) -ນ້ຳກາງ ກໍ່ແມ່ນບໍ່ນ້ຳຂອງຫ້ວຍ ສາມລຳຄືນ້ຳກາງ, ນ້ຳປ່າ ແລະ ນ້ຳທາງ ເຊິ່ງເຄີຍສະໜອງນ້ຳສະອາດຮັບໃຊ້ ຊີວິດປະຈຳວັນໃຫ້ແກ່ປະຊາຊົນ ພ້ອມທັງແມ່ນແຫຼ່ງນ້ຳຮັບໃຊ້ການຫົດຢູ່ບັນດາທົງໄຮ່ທົງນາ ທີ່ຂຽວສົດຕະຫຼອດປີ.
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ
ພາບ: petrotimes.vn ພາບ: vnexpress ນ້ຳກາງກໍ່ແມ່ນຮອມພູຂຽວງາມຖືກອ້ອມຮອບດ້ວຍພູຜາປ່າໄມ້ ດັ່ງນັ້ນກໍ່ມີສ່ວນຖືກແຍກຕ່າງຫາກກັບເຂດອື່ນ. ຍ້ອນເຫດນີ້ເອງ ທັດສະນີສະພາບຢູ່ແຫ່ງນີ້ກໍ່ມີຄວາມສະຫງົບງຽບຫຼາຍກ່ວາແຫ່ງໃດໝົດ ພາບ: vnexpress ວິທີດີທີ່ສຸດເພື່ອຄົ້ນຫານ້ຳກາງແມ່ນຍ່າງ ພາບ: petrotimes.vn ເດີນຕາມບັນດາເສັ້ນທາງໃນປ່າ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດ, ໄດ້ຟັງສຽງຫ້ວຍນ້ຳໄຫຼ, ສຽງນົກຮ້ອງ ດັ່ງກ້ອງກັງວານຈາກໄກ ພາບ: ຫງວຽນຮ່ວາ ຄວາມປະທັບໃຈທຳອິດເມື່ອແຂກທ່ອງທ່ຽວໄປຮອດເຂດດິນທີ່ຮົກເຮື້ອນີ້ກໍ່ແມ່ນເນື້ອທີ່ນາຂັ້ນໄດນອນລຽບຕາມຮອມພູຕິດແໜ້ນກັບເນີນພູ ພາບ: vnexpress ໃນຍາມເຂົ້າສຸກເຫຼືອງເມື່ອເດືອນສິງຫາ ແລະ ເດືອນກັນຍາ ແຂກທ່ອງທ່ຽວຍິ່ງມີຄວາມປະທັບໃຈ ຍ້ອນຄວາມງາມຂອງນ້ຳກາງ ພາບ: ຫງວຽນຮ່ວາ ບັນດາເນື້ອທີ່ນາຂັ້ນໄດ ສຸກເຫຼືອງ ອາ,ຮາມໃນທ່າມກາງທິວທັດທຳມະຊາດທີ່ກ້ວາງໃຫຍ່ໃຜ່ສານ ຈົນສຸດສາຍຕາ. ພາບ: ຫງວຽນຮ່ວາ ເມື່ອຍ່າງຕາມເສັ້ນທາງດິນນ້ອຍໆແຄມທົ່ງນາຂັ້ນໄດສຸກເຫຼືອງອາຮາມ, ຜູ້ຄົນທັງຫຼາຍຈະເຫັນເຮືອນຫຼັງຕ່າງໆ ຂອງຊາວເຜົ່າຢ້າວ ແລະ ເຜົ່າມົ້ງຖືກຕັ້ງຢູ່ຕາມເນີນພູທີ່ລຽບງ່າຍເຊິ່ງໄດ້ມີມາເກືອບຮ້ອຍປີນີ້. ພາບ: ຫງວຽນຮ່ວາ ຖ້າຫາກມຸ່ງສາຍຕາໄປທາງໄກ, ບັນດາເຮືອນຕູບເຮັດດ້ວຍໄມ້ຂອງພໍ່ແມ່ພີ່ນ້ອງເຜົ່າຢາວແດງ ກໍ່ປຽມເໝືອນໝາຍຈ້ຳປະດັບປະດາໃສ່ຮູບພາບທຳມະຊາດທີ່ກ້ວາງໃຫຍ່ໄພສານ. ນີ້ແມ່ນບ່ອນທີ່ ຊາວກະສິກອນເຄີຍເຝົ້າຍາມເນື້ອທີ່ນາ ແລະ ເປັນບ່ອນ ເກັບມ້ຽນເຄື່ອງມືກະສິກຳ. ພາບ: ຫງວຽນຮ່ວາ  ມາຮອດນ້ຳກາງ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບຊີວິດປະຈຳວັນຂອງຊາວທ້ອງຖິ່ນຢູ່ແຫ່ງນີ້. ນັ້ນແມ່ນຮູບພາບເພດຊາຍປະກອບອາຊີບແກະຄວັດສະຫຼັກເງິນ, ເຮັດໄຮ່, ເດັກນ້ອຍລະຫຼິ້ນຢູ່ຕາມຫ້ວຍຕ່າງໆ. ພາບ: petrotimes.vn ພາບ: ຫງວຽນຮ່ວາ
TAG
VOV/VOVworld/

More