ຜູ້ອາຍຸສູງ ຫວຽດນາມ ດຳລົງຊີວິດຢ່າງແຂງແຮງ ແລະ ມ່ວນຊື່ນ
01/10/2022 08:00
(VOVWORLD) -ວັນຜູ້ອາຍຸສູງສາກົນ ໄດ້ຈັດຂຶ້ນໃນວັນທີ 01 ຕຸລາ ໃນແຕ່ລະປີ, ເຊິ່ງແມ່ນວັນບຸນສະເພາະສຳລັບຜູ້ອາຍຸສູງໃນທົ່ວໂລກ.

ວັນທີ 10 ແຕ່ລະປີ, ຢູ່ ຫວຽດນາມ ແມ່ນ “ເດືອນກະທຳເພື່ອຜູ້ອາຍຸສູງ ຫວຽດນາມ”. ນີ້ແມ່ນຈຸດເວລາເພື່ອໃຫ້ແຕ່ລະຄອບຄົວ, ວົງຄະນະຍາດ ແລະ ທົ່ວສັງຄົມສືບຕໍ່ເບິ່ງແຍງດູແລ, ຍົກສູງການດຳລົງຊີວິດຂອງຜູ້ອາຍຸສູງ. ເພື່ອຂ່ຳນັບຮັບຕ້ອນວັນຜູ້ອາຍຸສູງສາກົນ (01 ຕຸລາ), ສະມາຄົມເພື່ອສຸຂະພາບຜູ້ອາຍຸໄວກາງ, ຜູ້ອາຍຸສູງ ຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ຈັດລາຍການກິລາບຳລຸງສຸຂະພາບລວມສຳລັບຜູ້ອາຍຸສູງ. ການສະແດງລວມໝູ່ຂອງສະມາຊິກສະມາຄົມສຸຂະພາບຜູ້ອາຍຸໄວກາງ, ຜູ້ອາຍຸສູງນະຄອນ ຮ່າໂນ້ຍ ກວ່າ 2.000 ຄົນ.
Related
More








