VOV WorldVOV World
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ.
01/06/2019 13:11
(VOVWORLD) - ວິຫານ ເທື້ອງຖາຍເຊີນ ແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ ເຊິ່ງແມ່ນບຸດຍິງຂອງເຈົ້າຊີວິດແຫ່ງລາຊະອານາຈັກລ້ານຊ້າງ. ຕາມການເລົ່າຂານກັນມາວ່າ, ໃນສະໄໝເຈົ້າຊີວິດ ເລແທັ໊ງຕົງ (1460 -1491), ພະນາງໄດ້ຮັບການມອບໝາຍໜ້າທີ່ຈາກພະບິດາໃຫ້ນຳຝຸງຊ້າງມາຝຶກແອບໃຫ້ປະເທດ ດ້າຍຫວຽດ ໝາຍເຖິງປະເທດຫວຽດນາມ ໃນປັດຈຸບັນ. ເມື່ອຝຶກແອບ ແລະ ມອບຮັບຝຸງຊ້າງສຳເລັດ. ບົນເສັ້ນທາງກັບເມືອປະເທດພະນາງໄດ້ຖືກເຈັບໜັກ ແລະ ໄດ້ສະຫວັນນະຄົດ. ເພື່ອອາໄລຫາຄຸນງາມຄວາມດີຂອງລາຊະທິດາ ຂອງປະເທດລາວ, ເຈົ້າຊີວິດ ເລແທັ໊ງຕົງ ໄດ້ໃຫ້ພວກເສນາອາມາດທຳພິທີປົງສົບ ແລະ ໃຫ້ກໍ່ສ້າງສຸສານ,ພ້ອມທັງປຸກສ້າງວິຫານບູຊາລາຊະທິດາ ຢູ່ເມືອງ ຍໍກວານ ແຂວງ ນິງບິ່ງ.
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ.
ວິຫານເທື້ອງຖາຍເຊີນຖືກຕັ້ງຢູ່ບົນໂນນເດ່ນໃນທ່າມກາງເຂດບ້ານນາທີ່ສະຫງົບງຽບ ດ້ວຍພູຜາທີ່ໃຫຍ່ໂຕມະໂຫຖານ. ວິຫານມຸ່ງໜ້າສູ່ທາງທິດໃຕ້, ຖືກປຸກສ້າງໃນສະໄໝເຈົ້າຊີວິດ ເລແທັ໊ງຕົງ (1460 – 1497). : ວິຫານບູຊາລາຊະທິດາຂອງປະເທດລາວ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບແຂວງ ຈາກຄະນະກຳມະການປະຊາຊົນແຂວງ ນິງບິ່ງ ເມືອປີ 2007. ແຕ່ລະເດືອນຮອດວັນເພັງ ຫຼື ວັນທີ 1 ໂດຍໄລ່ຕາມຈັນທະປະຕິທິນ, ລຸງ ດິງເຖດວານ ຜູ້ເຝົ້າຍາມຢູ່ວິຫານກໍ່ໄດ້ປັດກວາດ ເຮັດອານະໄມທຳຄວາມສະອາດ ແລະ ຈູດທູບໄຕ້ທຽນບູຊາ. ວິຫານຖືກກໍ່ສ້າງດ້ວຍການມຸງດິນຂໍ, ເຊິ່ງຖືກຄ້ຳດ້ວຍລະບົບເສົາໃຫຍ່ 4 ເສົາ ແລະ ເສົານ້ອຍ 12 ເສົາເຊິ່ງລ້ວນແຕ່ເຮັດດ້ວຍໄມ້ກະຈະ, ທັງໝົດກໍ່ຖືກແກະຄວັກສະຫຼັກຮູບມັງກອນ ແລະ ລວດລາຍ ຕ່າງໆ ທີ່ສວຍງາມ ປູຊະນີຍະສະຖານຍັງເກັບຮັກສາວັດຖຸເຄື່ອງຂອງຮັບໃຊ້ການບູຊາ ທີ່ມີຄ່າຫາຍາກ, ພິເສດແມ່ນພະລາຊະດຳລັດໃນສະໄໝລາຊະວົງ ຫງວຽນ ຈຳນວນ 5 ແຜ່ນ, ໃນນັ້ນມີພະລາຊະດຳລັດລົງວັນທີ 12 ມັງກອນ ປີ 1852 ແລະ ພະລາຊະດຳລັດລົງວັນທີ່ 25 ກໍລະກົດປີ 1924. ພະລາຊະດຳລັດສອງແຜ່ນ ກໍ່ແມ່ນພະລາຊະດຳລັດປະດັບຍົດສັກໃຫ້ລາຊະທິດາ. ພິເສດຢູ່ຫໍບູຊາທາງຫຼັງຂອງວິຫານ ກໍ່ມີຮູບແຕ້ມພັນລະນາກ່ຽວກັບຄຸນງາມຄວາມດີຂອງລາຊະທິດາ ປະເທດລາວ ສຸສານຂອງລາຊະທິດາ.
TAG
VOV/VOVworld/ວິຫານ ເທື້ອງຖາຍເຊີນ/ບ່ອນບູຊາລາຊະທິດາຂອງປະເທດລາວ.

More